Select your language

ໃນວັນທີ 12 ມັງກອນ 2024 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານລ້ຽງສົ່ງພະນັກງານ ຈໍານວນ 4 ທ່ານເຂົ້າຮັບບໍານານ, ພິທີໄດ້ຈັດຂຶ້ນທີ່ໂຮງແຮມແສງແກ້ວ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ພ້ອມດ້ວຍຄະນະ, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ, ແຂກຖືກເຊີນ ພ້ອມດ້ວຍພະນັກງານທີ່ກ້ຽວຂ້ອງເຂົ້າຮ່ວມ.

          ໃນງານທ່ານ ຄໍາເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນ ຈໍານວນ 4 ທ່ານ, ຍິງ 1 ທ່ານ ພັກຜ່ອນ ເຂົ້າຮັບອຸດໜູນບໍານານ ຄື: ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ. ຮັບອຸດໜູນເບ້ຍບໍານານ ລວມອາຍຸກະສຽນ 63 ປີ, ລວມປີການ 46 ປີ, ທ່ານ ຮສ. ຄໍາເຜີຍ ພົມມະຈັນ ຫົວໜ້າຫ້ອງການແຜນການ ການເງິນ ມຊ. ຮັບອຸດໜູນເບ້ຍບໍານານ ລວມອາຍຸກະສຽນ 62 ປີ, ລວມປີການ 34 ປີ, ທ່ານ ສອນສັກສິດ ບຸນມາ ຫົວໜ້າຫ້ອງການວິຊາການ ມຊ. ຮັບອຸດໜູນບໍານານ ລວມອາຍຸກະສຽນ 62 ປີ ລວມປີການ 34 ປີ ແລະທ່ານ ນາງ ບຸນສົດ ໂພທິສານ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ມຊ. ຮັບອຸດໜູນບໍານານ ລວມອາຍຸກະສຽນ 60 ປີ ລວມປີການ 38 ປີ.

          ໂອກາດນີ້ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນແຕ່ລະດ້ານຂອງທັງ 4 ທ່ານ ທີ່ໄດ້ປະກອບສ່ວນຜົນງານໃຫ້ແກ່ປະເທດຊາດ ເວົ້າລວມ; ເວົ້າສະເພາະກໍແມ່ນການປະກອບສ່ວນໃນການນໍາພາ-ຊີ້ນໍາ ແລະຈັດຕັ້ງປະຕິບັດໜ້າທີ່ວຽກງານແຕ່ລະດ້ານ ມີຜົນສໍາເລັດເປັນຢ່າງດີ ເຊິ່ງ ໜຶ່ງໃນນັ້ນ ກໍແມ່ນການເອົາໃຈໃສ່ ໃນວຽກງານດ້ານວິຊາການ, ການສິດສອນ, ການຄົ້ນຄວ້າວິທະຍາສາດ ພ້ອມທັງເປັນແບບເປັນຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນໜຸ່ມນ້ອຍ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັດດາສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ມຊ ຈົ່ງນໍາເອົາເປັນແບບຢ່າງ, ເປັນແວ່ນແຍງ ເພື່ອເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີ ແລະມີຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ສິດສອນ ແລະປະຕິບັດວຽກງານຕ່າງໆ ເພື່ອພັດທະນາ ມຊ ຕໍ່ໄປ.

          ນອກນັ້ນ, ພາຍໃນງານຍັງໄດ້ມີພິທີມອບເງິນນະໂຍບາຍຈໍານວນໜຶ່ງ ໃຫ້ແກ່ພະນັກງານຜູ້ພັກຜ່ອນ ເຂົ້າຮັບເບ້ຍບໍານານ, ມອບກະຕ່າຂອງຂວັນຈາກພາກສ່ວນຕ່າງໆ ແລະໄດ້ຮ່ວມມ່ວນຊື່ນຈົນກວ່າເວລາອັນສົມຄວນຈຶ່ງໄດ້ເລີກລາ.

ພາບບັນຍາກາດ