Select your language

ໃນຕອນບ່າຍ ວັນທີ 16 ມັງກອນ 2024 ຜ່ານມານີ້, ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລການເງິນແຂວງຍຸນນານ ສປ ຈີນ ໄດ້ມອບອຸປະກອນ ການສື່ສານ ແລະເຄື່ອງມືເອເລັກໂຕຣນິກໃຫ້ແກ່ ມຊ ໂດຍການມອບຂອງທ່ານ ນາງ ໃສທອງ ລັດຕະນະ ຜູ້ປະສານງານ ແລະເປັນອະດີດນັກສຶກສາ ຈາກມະຫາວິທະຍາໄລການເງິນແຂວງຍຸນນານ (ຕາງໜ້າມອບ) ແລະຮັບໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ມີຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

          ອຸປະກອນການສື່ສານທີ່ນຳມາມອບໃນຄັ້ງນີ້ ປະກອບມີກ້ອງສຳລັບການຖ່າຍທຳ(ຖ່າຍທອດສົດ), ຄອມພີວເຕີ, ຈໍມໍນິເຕີ ໃຊ້ສຳລັບຫ້ອງປະຊຸມ, ອຸປະກອນເຄື່ອງສຽງ ແບບຄົບຊຸດ, ລວມມູນຄ່າ ທັງໝົດ 352,724 ຢວນ ຫຼື ປະມານ 1,000,000,000 ກວ່າກີບ(ໜຶ່ງຕື້ກວ່າກີບ), ເຊິ່ງອຸປະກອນທີ່ນຳມາມອບໃນຄັ້ງນີ້ ແມ່ນຈະນຳໃຊ້ເຂົ້າໃນການສ້າງສູນເຝິກອົບຮົມ ບຸກຄະລາກອນທຸລະກິດການຄ້າອອນລາຍ ຄາດວ່າຈະສາມາດເປີດໃຫ້ ນັກສຶກສາ ພະນັກງານ ຄູ-ອາຈານ ນຳໃຊ້ໄດ້ໃນໄວໆນີ້.

ພາບບັນຍາກາດ