Select your language

ໃນຕອນບ່າຍວັນທີ 17 ມັງກອນ 2024 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ທີ່ສະໂມສອນຂອງຄະນະຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສີສຸພັນ ພົມມະນີວົງ ເລຂາຄະນະບໍລິງານຊາວໜຸ່ມ ມຊ, ສະຫາຍ ສຈ. ປອ. ພູເພັດ ກ້ຽວພິລາວົງ ຄະນະພັກ ມຊ, ເລຂາຄະນະພັກ ຮາກຖານ ຄສບ ພ້ອມດ້ວຍເລຂາຊາວໜຸ່ມ ຮາກຖານ ຄສບ, ປະທານສະຫະພັນກຳມະບານ ແລະສະຫະພັນແມ່ຍິງ, ມີບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆອ້ອມຂ້າງ ມຊ ແລະສະມາຊິກຊາວໜຸ່ມທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

    ໃນພິທີສະຫາຍ ນາງ ນິດດາວອນ ວົງສະຫງ່າ ໄດ້ຂຶ້ນຜ່ານບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ V ຂອງ ຄຊປປລ ຮາກຖານ ຄສບ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍວຽກງານທີ່ພົ້ນເດັ່ນ ຕະຫຼອດໄລຍະທີ່ຜ່ານມາຄື: ຮາກຖານຊາວໜຸ່ມ ຄສບ ມີຄະນະບໍລິຫານງານທັງໝົດ ​7 ສະຫາຍ, ຍິງ 2 ສະຫາຍ; ລວມມີ 7 ໜ່ວຍ ແລະ 120 ຈຸ​ຊາວ​ໜຸ່ມທີ່ຢູ່ພາຍໃຕ້ການຊີ້ນໍາ-ນຳພາ ມີຈຳນວນສະມາຊິກຊາວໜຸ່ມທັງໝົດ 3,289 ສະຫາຍ, ຍິງ 2,308  ສະຫາຍ, ເປັນ​ພະ​ນັກ​ງານ​ຄູ-ອາ​ຈານ 47 ສະ​ຫາຍ, ​ຍິງ 26 ສະ​ຫາຍ; ດ້ານວຽກງານສຶກສາອົບຮົມແນວຄິດການເມືອງ ໄດ້ເອົາໃຈໃສ່ກໍ່ສ້າງ ແລະຕິດຕາມມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ, ເຂົ້າຮ່ວມກິດຈະກຳສຳຄັນຂອງຊາດ ຂອງຊາວໜຸ່ມທີ່ໄດ້ຈັດຂຶ້ນເປັນຂະບວນ, ຈັດຕັ້ງການອອກແຮງງານເພື່ອຕ້ອນຮັບວັນສຳຄັນຕ່າງໆ ເປັນຕົ້ນ, ໃນ​ໄລຍະ​ສະພາບ​ການລະບາດ​ຂອງ Covid-19 ສະມາຊິກຊາວ​ໜຸ່ມຊາວ​ໜຸ່ມ​ ທີ່​ເປັນ​ຄູ​ອາຈານ​ໄດ້​ສຸມ​ໃສ່​ການ​ສອນ​ແບບ​ອອນ​ລາຍ​ໂດຍ​ການຊອກ​ຮູ້​ວິທີ​ການ​ນໍາໃຊ້​ສື່ການ​ສອນ​ທີ່​ເປັນ​ Applications ຕ່າງໆ​ເພື່ອ​ໃຊ້​ໃນ​ສື່​ການ​ຮຽນ-​ການ​ສອນ​ດ້ວຍ​ຄວາ​ມ​ເອົາ​ຈິງ​ໃຈໃສ່​,ສ່ວນ​ສະມາຊິກ​ຊາວ​ໜຸ່ມ​ທີ່​ເປັນ​ນັກ​ສຶກສາ​ ກໍ​ໄດ້​ເອົາ​ໃຈໃສ່ເຂົ້າ​ຮ່ວມ​ການ​ຮຽນ​ອອນ​ລາຍຕາມ​ຊົ່ວ​ໂມງ​ຮຽນ​ປົກກະຕິ​ຂອງ​ແຕ່ລະຄົນ ​ແລະ ສຳ​ເລັດ​ການສອບ​ເສັງທ້າຍ​ພາກຮຽນ ພ້ອມນັ້ນ ດ້ານຂະບວນການຕ່າງຊາວໜຸ່ມຮາກຖານ ຄສບ ໄດ້ຖືເອົາວຽກງານການສ້າງຂະບວນການເປັນວຽກງານສຳຄັນ; ເຊິ່ງຜ່ານມາໄດ້​ສ້າງ​ຕັ້ງ​ກອງ​ອາ​ສາ​ສະ​ໝັກ​​ພາຍ​ໃຕ້​ໂຄງ​ການແບ່ງ​ປັນ​ປື້ມ​ໃຫ້​ນ້ອງ​ອ່ານ​ຕັ້ງ​ແຕ່​ປີ 2010 ມາ​ຈົນ​ເຖິງ​ປະ​ຈຸ​ບັນ. ເຊິ່ງ​ໃນ​ໄລ​ຍະ 5 ປີ​ໃນ​ສະ​ໄໝ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ຊຸດ​ນີ້ ໂຄງ​ການ​ແບ່ງ​ປັນ​ປື້ມ​ໃຫ້​ນ້ອງ​ອ່ານ​ ໄດ້​ເດີ​ທາງ​ໄປ​ຊ່ວຍ​ເຫຼືອ​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ 3 ຄັ້ງ​ຄື: 1. ຄັ້ງທີ 9 ໂຄງການສາມອົງການຈັດຕັ້ງມະຫາຊົນ ຄສບ ແບ່ງປັນປື້ມ 7 ໄດ້ລະດົມອຸປະກອນການຮຽນການສຶກສາ ແລະ ເຄື່ອງກິລາ ໄປຮ່ວມຊ່ວຍເຫຼືອທີ່ ໂຮງຮຽນ ມສ ບຸນຖິ່ນ, ເມືອງ ຄຳ, ແຂວງ ຊຽງຂວາງ ໃນວັນທີ 15-17/02/2019 ລວມມູນຄ່າ 38.000.000 ກີບ. ຄັ້ງທີ 10 ໂຄງການສາມອົງການຈັດຕັ້ງມະຫາຊົນ ຄສບ ແບ່ງປັນປື້ມ 8 ໄດ້ລະດົມອຸປະກອນການຮຽນ, ການສຶກສາ ແລະ ເຄື່ອງກີລາ ໄປຮ່ວມຊ່ວຍເຫຼືອໂຮງຮຽນ ມສ ເຍື້ອງ, ເມືອງກວນແຂວງຫົວພັນ ໃນວັນທີ 6-10/01/2021 ລວມເງິນທັງໝົດ 60.350.000 ກີບ, 3. ຄັ້ງທີ 11 ໂຄງການສາມອົງການຈັດຕັ້ງມະຫາຊົນ ຄສບ ແບ່ງປັນປື້ມ 9 ໄດ້ລະດົມອຸປະກອນການຮຽນ, ການສຶກສາ ແລະ ເຄື່ອງກີລາ ໄປຮ່ວມຊ່ວຍເຫຼືອ ໂຮງຮຽນປະຖົມ ບໍເຍຍ (ບ້ານເຍຍ), ໂຮງຮຽນປະຖົມຫ້ວຍດ່ານ, ໂຮງຮຽນປະຖົມບວກເສີ, ໂຮງຮຽນມັດທະຍົມຕອນຕົ້ນ  ຫ້ວຍລົມ ເມືອງໜອງແຮດ ແລະ ໂຮງຮຽນປະຖົມ ບ້ານລາວໂພນທອງ ເມືອງແປກ ແຂວງຊຽງຂວາງ ລວມມູນຄ່າທັງໝົດທີ່ນໍາໄປມອບໃຫ້ໂຮງຮຽໜທັງ 5 ແຫ່ງແມ່ນ: 120,401,000 ກີບ ລວມ​ເປັນ​ມູນ​ຄ່າ​ທັງ​ໝົດ: 218,751,000 ກີບ ເປັນຕົ້ນ. ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນສືບຕໍ່ສ້າງສະມາຊິກຊາວໜຸ່ມໃຫ້ເປັນຜູ້ທີ່ມີຫຼັກໝັ້ນການເມືອງໜັກແໜັ້ນ, ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ມີສະຕິຕໍ່ການຈັດຕັ້ງ ແລະ ເຄົາລົບລະບຽບກົດໝາຍ, ມະຕິຄຳສັ່ງດ ແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ, ຂົ້າຮ່ວມຊີວິດການເມືອງ, ເສຍເງິນສະບຳລຸງຢ່າງເປັນປົກກະຕິ ແລະ ທັນເວລາ, ເຊີດຊູຖານະບົດບາດລັກສະນະນຳໜ້າຂອງອົງການຈັດຕັ້ງຊາວໜຸ່ມຮາກຖານ​ ຄສບ ໃຫ້ດີຂຶ້ນເລື້ອຍໆ.

     ຈາກນັ້ນໃນພິທີ ຍັງໄດ້ມີການປ່ອນບັດຄັດເລືອກຄະນະບໍລິຫານງານໜຸ່ມ ຄສບ ຊຸດໃໝ່, ໂດຍຜ່ານການຄັດເລືອກຜົນປະກົດວ່າ ທີ່ປະຊຸມໄດ້ເລືອກເອົາ ສະຫາຍ ນາງ ນີວັນ ສາຍນາວົງ ເປັນເລຂາຊາວໜຸ່ມ ຮາກຖານ ຄສບ, ເລືອກສະຫາຍ ທະນູໄຊ ວໍລະວົງ ເປັນຮອງເລຂາ, ສະຫາຍ ວິລະພັນ ຈັນທະລັງມາ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ແຫວນເພັດ ໄຊຍະວົງ ເປັນຄະນະ, ສະຫາຍ ສຸກວັນຄອນ ເລືອງມີໄຊ ເປັນຄະນະ, ສະຫາຍ ນາງ ວາດສະໜາ ສົມພົນ ເປັນຄະນະ ແລະສະຫາຍ ນາງ ວອນທະລີ ວົງສາວັນທອງເປັນຄະນະ.

      ໃນພິທີ ທີ່ປະຊຸມກໍໄດ້ຮັບການໂອລົມຈາກ ສະຫາຍ ສີສຸພັນ ພົມມະນີວົງ ເລຂາຄະນະບໍລິງານຊາວໜຸ່ມ ມຊ ໂດຍສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງຄະນະຊາວໜຸ່ມ ຄສບ ຕະຫຼອດໄລຍະຜ່ານມາ ແລະສືບຕໍ່ຮັກສາມູນເຊື້ອຕໍ່ໄປ ແລະສືບຕໍ່ພັດທະນາວຽກງານຕ່າງຕາມທິດທາງແຜນການໃຫ້ໄດ້ຮັບຜົນສຳເລັດ.

ພາບບັນຍາກາດ