Select your language

ໃນຕອນເຊົ້າ ວັນທີ 18 ມັງກອນ 2024 , ຄະນະບໍລິຫານງານກຳມະບານ ຮາຖານ ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນ ທີ່ຫ້ອງປະຊຸມຄະນະຂອງຕົນ ເພື່ອສະຫຼຸບວຽກງານການເຄື່ອນໄຫວໃນໄລຍະຜ່ານມາ ແລະຜ່ານທິດທາງແຜນການໃນຕໍ່ໜ້າ ໂດຍມີສະຫາຍ ນາງ ທັດສະນາລອນ ສີສຸນົນ ຮອງປະທານສະຫະພັນກຳມະບານ ມຊ, ສະຫາຍ ຄຳພັນ ພົມມະຈັນ ປະທານກວດກາພັກ ຜູ້ຊີ້ນຳວຽກງານກຳມະບານ ຄສບ ພ້ອມດ້ວຍປະທານສະພັນກຳມະບານ, ເລຂາຊາວໜຸ່ມ ແລະປະທານສະພັນແມ່ຍິງຮາກຖານ ຄສບ ເຂົ້າຮ່ວມເປັນປະທານ, ມີແຂກຖືກເຊີນຈາກຮາກຖານຕ່າງໆອ້ອມຂ້າງ ມຊ, ສະມາຊິກກຳມະບານພາສ່ວນພະນັກງານ ແລະນັກສຶກສາເຂົ້າຮ່ວມ.

ໃນພິທີ ສະຫາຍ ນາງ ລິນດາຣາ ວົງພະຈັນ ປະທານສະຫະພັນກຳມະບານ ຮາກຖານ ຄສບ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງຄະນະບໍລິຫານກຳມະບານໃນຊຸດຜ່ານມາວ່າ: ກຳມະບານຮາກຖານ ຄສບ ປະກອບມີ 7 ໜ່ວຍ ແລະ 23 ຈຸ ມີສະມາຊິກກໍາມະບານທັງໝົດ 793 ສະຫາຍ ເປັນຍິງ 593 ສະຫາຍ, ໃນນັ້ນ ສະມາຊິກ ພະນັກງານ, ຄູ-ອາຈານມີ 86 ສະຫາຍ ເປັນຍິງ 42 ສະຫາຍ; ສະມາຊິກສັນຍາຈ້າງ 3 ສະຫາຍ ຍິງ 3 ສະຫາຍ; ສະມາຊິກນັກສຶກສາ 707 ສະຫາຍ, ຍິງ 548 ສະຫາຍ; ໃນໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນກຳມະບານກໍໄດ້ສຸມໃສ່ຫຼາຍໜ້າວຽກທີ່ສຳຄັນໃນການຂະຫຍາຍສະມາຊິກກຳມະບານ ແລະເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງສະມາຊິກກຳມະບານທີ່ເປັນພະນັກງານ ແລະນັກສຶກສາ ຕາມລະບຽບນະໂຍບາຍຂອງສະຫະພັນກຳມະບານລາວ ໂດຍໄດ້ພິຈາລະນາຮັບເຂົ້າເປັນສະມາຊິກສະຫະພັນກຳມະບານລາວ ເຊິ່ງໃນໄລຍະຜ່ານມາ ແມ່ນສາມາດຂະຫຍາຍໄດ້ 1,844 ສະຫາຍ ເປັນຍິງ 1,389 ສະຫາຍ (ປະກອບມີນັກສຶກສາທີ່ກຳລັງສຶກສາຢູ່ປີທີ 2, 3 ແລະ 4 ທຸກສາຂາວິຊາ), ດ້ານວຽກງານນະໂຍບາຍ ໃນໄລຍະ 5 ປີຜ່ານມາ ແມ່ນໄດ້ປະຕິບັດກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງ ກຳມະບານຮາກຖານ ຄສບ 113 ກໍລະນີ ມູນຄ່າ 31,300,000 ກີບ ທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາ(ໂດຍມີນະໂຍບາຍເລື່ອງການຜ່າຕັດນ້ອຍ, ເຈັບເປັນນອນໂຮງໝໍ, ການຜ່າຕັດໃຫຍ່, ການແຕ່ງງານ, ເກີດລູກ, ຄອບຄົວຜ່າຕັດໃຫຍ່, ການກະສຽນ, ການຕິດພະຍາດໂຄວິດ-19 ແລະເສຍຊີວິດ) ພ້ອມນັ້ນ, ກໍໄດ້ມີການລະດົມທຶນຊ່ວຍເຫຼືອອື່ນໆອີກຫຼາຍກໍລະນີ. ສຳລັບທິດທາງ ແລະແຜນການຕໍ່ໜ້າ ຄະນະບໍລິຫານກຳມະບານຈະສືບຕໍ່ເຕົ້າໂຮມ​ຄວາມ​ສາມັກຄີ​, ​ປົກ​ປ້ອງ​ສິດ ​ແລະຜົນ​ປະ​ໂຫຍ​ດຂອງ​ພະນັກງານ ຄູ​ອາຈານ ​ແລະ ນັກ​ສຶ​ກສາໃຫ້ທົ່ວເຖິງ. ຊີ້ນຳ ແລະ ຊຸກຍູ້ໃຫ້ຮາກຖານ ກໍຄື ໜ່ວຍກຳມະບານໃຫ້ປະຕິບັດເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າຂອງກຳມະບານລາວໃຫ້ກາຍເປັນຮາກຖານ 5 ເປັນເຈົ້າທຸກໆປີ. ຂະຫຍາຍສະມາຊິກກໍາມະບານລາວໃຫ້ທ່ວງທັນຕາມແຈ້ງການຂອງສະຫະພັນກຳມະບານ ມຊ.

ຫຼັງຈາກນັ້ນທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານຊຸດໃໝ່ ໂດຍຜ່ານການປ່ອນບັດສາມາດເລືອກໄດ້ 5 ສະຫາຍ; ຈາກຜູ້ສະໝັກທັງໝົດ 7 ສະຫາຍ ເປັນຄະນະບໍລິຫານງານຮາກຖານ ຄສບ ປະກອບມີ: 1. ສະຫາຍ ນາງ ລິນດາຣາ ວົງພະຈັນ ເປັນປະທານ, 2. ສະຫາຍ ຄຳແພງ ກິ່ງຄຳບາງ ເປັນຮອງປະທານ, 3. ສະຫາຍ ນາງ ອານຸສອນ ຈັນທິລາດ ເປັນປະທານກວດກາ, 4. ສະຫາຍ ເກື່ອງຄຳ ສີແສງງາມ ເປັນຄະນະ ແລະ 5. ສະຫາຍ ນາງ ອານິດຕາ ພົມມະຫາໄຊ ເປັນຄະນະ.

ໃນໂອກາດນີ້, ສະຫາຍນາງ ທັດສະນາລອນ ສີສຸນົນ ກໍໄດ້ມີຄຳເຫັນໃນທີ່ປະຊຸມໂດຍສະຫາຍໄດ້ກ່າວຍ້ອງຍໍຕໍ່ຜົນງານ ແລະເນັ້ນໜັກບາງເນື້ອໃນສຳຄັນຄື: ຕັ້ງໜ້າປະຕິບັດລະບຽບຂອງສູນກາງສະຫະພັນກໍາມະບານລາວວາງອອກໂດຍຕິດພັນກັບການປະຕິບັດໜ້າທີ່ວຽກງານຕົວຈິງຂອງສະມາຊິກກໍາມະບານ ຢ່າງເປັນເຈົ້າາການ, ເນັ້ນສະມາຊິກກຳມະບານ ຮາກຖານ ຄສບ ທຸກສະຫາຍເອົາໃຈໃສ່ ພ້ອມພຽງກັນໃນການຈັດຕັ້ງປະຕິບັດວຽກງານ  5 ເປັນເຈົ້າ ທີ່ສູນກາງສະຫະພັນກຳມະບານລາວວາງອອກຄື: 1. ເປັນເຈົ້າການໃນການຝຶກຝົນຫຼໍ່ທາງດ້ານການເມືອງ-ແນວຄິດ, 2. ເປັນເຈົ້າໃນການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, 3. ເປັນເຈົ້າໃນການພັດທະນາຕົນເອງ ແລະ ການຈັດຕັ້ງ, 4. ເປັນເຈົ້າການປົກປ້ອງສິດ,ຜົນປະໂຫຍດອັນຊອບທໍາ, 5. ເປັນເຈົ້າໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດດສ້າງ ແລະຕັ້ງໜ້າປະຕິບັດຄຄໍາຂັວນ ກໍາມະບານລາວ(ກຳມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ) ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ພາບບັນຍາກາດ