Select your language

ໃນວັນທີ 23 ມັງກອນ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ມະຫາວິທະຍາໄລກຸນຊານ ສາທາລະນະລັດເກົາຫຼີ (ສ.ເກົາຫຼີ) ໄດ້ລົງນາມບົດບັນທຶກການຮ່ວມມືທາງດ້ານວິຊາການ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ, ຝ່າຍ ມຊ ລົງນາມ ໂດຍທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລະ ຝ່າຍມະຫາວິທະຍາໄລກຸນຊານ ສ.ເກົາຫຼີ ລົງນາມໂດຍທ່ານ Dr. Jang-ho LEE  ອະທິການບໍດີ ມະຫາວິທະຍາໄລກຸນຊານ ສ.ເກົາຫຼີ ໂດຍມີພະນັກງານ, ຄູ-ອາຈານ ທັງສອງຝ່າຍເຂົ້າຮ່ວມ.

          ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້, ແມ່ນເພື່ອ ແລກປ່ຽນວິຊາການ, ພະນັກງານ, ບົດຄົ້ນຄວ້າ ວິທະຍາສາດ ແລະການຮຽນ-ການສອນ ທີ່ກ່ຽວກັບພາສາເກົາຫຼີ ກັບພາກວິຊາການພາສາເກົາຫຼີ ຄະນະອັກສອນສາດ ມຊ, ຮ່ວມກັນເຮັັັດບົດຄົ້ນຄວ້າວິທະຍາສາດ ໃນສາຂາທີ່ກ່ຽວຂ້ອງ ແລະແລກປ່ຽນຂໍ້ມູນຂ່າວສານ, ຮ່ວມກັນຈັດກິດຈະກຳເພື່ອແລກປ່ຽນພາສາ ແລະ ວັດທະນະທຳລະຫວ່າງສອງມະຫາວິທະຍາໄລ ເປັນຕົ້ນ.

ພາບບັນຍາກາດ