Select your language

ໃນວັນທີ 24 ມັງກອນ 2024 ຜ່ານມານີ້, ສູນສົ່ງເສີມວາລະສານ ຫ້ອງການຄົ້ນຄວ້າວິທະຍາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບການມາພົບປະ-ແລກປ່ຽນບົດຮຽນ ຂອງ ສະຖາບັນຍຸຕິທຳແຫ່ງຊາດ, ນໍາໂດຍ ທ່ານ  ນາງ ເພັດສະໄໝ ໄຊມຸງຄຸນ ຮອງຫົວໜ້າສະຖາບັນ ພ້ອມດ້ວຍຄະນະ, ໂດຍມີ ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ, ມີຮອງຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າສູນ ແລະພະນັກງານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ ມຊ.

          ໃນໂອກາດນີ້ ທ່ານ  ຮສ. ປອ. ສິດທິໄຊ ໄຊຍະວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະລາຍງານໂດຍຫຍໍ້ກ່ຽວກັບ ມຊ ແລະການເຄື່ອນໄຫວຂອງຫ້ອງການຄົ້ນຄວ້າວິທະຍາສາດ ມຊ, ເຊິ່ງທ່ານໄດ້ຍົກໃຫ້ເຫັນບາງວຽກງານຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ໂດຍສະເພາະການຕີພີມວາລະສານຄົ້ນຄວ້າວິທະຍາສາດຂອງ ມຊ ທີ່ໄດ້ຮີບໂຮມເອົາບົດຄົ້ນຄວ້າ ຂອງນັກຄົ້ນຄວ້າວິທະຍາສາດພາຍໃນ ມຊ ເຊິ່ງວາລະສານວິທະຍາສາດໄດ້ເລີ່ມຕີມາແຕ່ປີ 2007 ເປັນຕົ້ນມາລວມມີທັງໝົດ 23 ສະບັບ (ສະບັບທີ 21-23 ແມ່ນເປັນລະບົບອອນລາຍ) ເພື່ອໃຫ້ນັກສຶກສາໃນລະດັບປະລິນຍາໂທ, ປະລິນຍາເອກ ແລະນັກຄົ້ນຄວ້າໄດ້ນຳມາເປັນຂໍ້ມູນໃນການຄົ້ນຄວ້າ, ການຂຽນບົດ.

 ຈາກນັ້ນ, ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ສູນສົ່ງເສີມວາລະສານຂອງ ມຊ ນຳສະເໜີໂດຍ ທ່ານ ແກ້ວພູທອນ ຫາທາລົງ ຜູ້ອຳນວຍການສູນ ເຊິ່ງໄດ້ນຳສະເໜີກ່ຽວກັບຄວາມເປັນມາ ພາລະບົດບາດ ແລະໜ້າທີ່ສູນວ່າ: ສູນສົ່ງເສີມວາລະສານ ມຊ ມີໜ້າທີ່ສົ່ງເສີມວາລະສານວິທະຍສາດ ແລະ ຄຸ້ມຄອງລະຫັດວາລະສານ ຢູ່ ສປປ ລາວ (ISSN) ໂດຍປະສານງານກັບສູນລະຫັດວາລະສານຂອງໂລກ (ISSN Portal, France). ຄຸ້ມຄອງ ແລະ ສົ່ງເສີມດ້ານຈະລິຍະທໍານັກຄົ້ນຄວ້າ, ໂຄງການຄົ້ນຄວ້າທີ່ເຮັດການຄົ້ນຄວ້າກັບຄົນ ຢູ່ ສປປ ລາວ ເພື່ອສິດທິ ແລະ ສະຫວັດດີການສັງຄົມຂອງມະນຸດ (ການສໍາພາດ, ການສົນທະນາ, ການສອບຖາມ ເປັນຕົ້ນ), Ethics Review Board (ERB), ອອກໃບຢັ້ງຢືນການຕີພີມວາລະສານວິທະຍາສາດ ເພື່ອເປັນຫຼັກຖານນໍາໃຊ້ທາງວິຊາການອອກໃບຢັ້ງຢືນຈັນຍາທໍາ ໃຫ້ແກ່ໂຄງຮ່າງບົດຄວາມ, ໂຄງຮ່າງບົດຄົ້ນຄວ້າ ແລະ ບົດໂຄງການຕ່າງໆ ໂດຍຜ່ານຄະນະກໍໍາມະການ ແລະ ບັນນາທິການ, ຄະນະກໍາມະການຈະລິຍະທໍາ (Ethics Review Board (ERB), ອອກລະຫັດ ISSN ໃຫ້ແກ່ວາລະສານທີ່ຂຶ້ນກັບ ມຊ  ເປັນຕົ້ນ ແລະ ວາລະສານຂອງສູນສົ່ງເສີມ ວາລະສານວິທະຍາສາດ-ISSN ຈະມີ 2 ປະເພດຄື: 1. ວາລະສານ ວິທະຍາສາດສັງຄົມ (LSSJ) (Online Journal) ແລະ 2. ວາລະສານ ວິທະຍາສາດທໍາມະຊາດ (LSJ) (Online Journal), ປັດຈຸບັນແມ່ນກໍາລັງພັດທະນາ ຈະສ້າງ Laos International Journal ເພື່ອຂໍສະໝັກເຂົ້າຖານ ACI. ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ແລກປ່ຽນຄຳເຫັນເຊິ່ງກັນ ແລະກັນ ເພື່ອພັດທະນາການຮ່ວມມືໃນອະນາຄົດ.

ພາບບັນຍາກາດ