Select your language

ໃນລະຫວ່າງວັນທີ 26-28 ມັງກອນ 2024 ຜ່ານມາ, ສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສັນຈອນຄັ້ງທີ 23 ແລະ ມອບເຄື່ອງ ທີ່ເມືອງອານຸວົງ ແຂວງໄຊສົມບູນ ເຊິ່ງນໍາໂດຍ ສະຫາຍ ຄຳເຟືອງ ລໍວັນໄຊ ຄະນະພັກ ມຊ ຜູ້ຊີ້ນຳວຽກງານກຳມະບານ, ສະຫາຍ ບຸນທອນ ສຸຂະວົງ ປະທານສະຫະພັນກຳມະບານ ມຊ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກຳມະບານ ມຊ, ຮາກຖານກຳມະບານທີ່ຂຶ້ນກັບ, ແຂກຖືກເຊີນ ແລະອົງການຈັດຕັ້ງພາຄີ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມສັນຈອນຂອງ ສະຫະພັນກຳມະບານ ມຊ ໃນຄັ້ງນີ້, ແມ່ນໄດ້ຜ່ານຂໍ້ຕົກລົງ ແລະປະກອບຄຳເຫັນໃສ່ຮ່າງບົດສະເໜີ ເພື່ອຂໍສ້າງຕັ້ງກອງທຶນອອມຊັບ ຂອງສະຫະພັນກຳມະບານ ມຊ (ກອມຊ), ຜ່ານວຽກງານການເງິນປີ 2024 ແລະວຽກງານກວດກາ-ຍ້ອງຍໍ.

ເຄື່ອງທີ່ນຳໄປມອບໃນຄັ້ງນີ້ແມ່ນມອບໃຫ້ສອງພາກສ່ວນຄື: ຫ້ອງການສຶກສາ ແລະກິລາ ເມືອງອານຸວົງ ແຂວງໄຊສົມບູນ ປະກອບມີປື້ມຂຽນ, ບິກ, ສໍ ແລະປື້ມແບບຮຽນຊັ້ນປະຖົມສຶກສາ ແລະມັດທະຍົມສຶກສາ ແລະອຸປະກອນກີລາຈຳນວນໜຶ່ງ, ເຄື່ອງນຸ່ງຫົ່ມໃໝ່ ມື 1 ແລະມື 2 ເພື່ອແຈກຢາຍໃຫ້ກັບນ້ອງໆນັກຮຽນ, ນຳໃຊ້ເຂົ້າໃນການຮຽນ-ການສອນ ລວມມູນຄ່າ 15,000,000 ກີບ (ສິບຫ້າລ້ານກີບຖ້ວນ) ຕາງໜ້າຮັບໂດຍ ສະຫາຍ ຄາຍຄຳ ມະນີວົງ ຮອງຫົວໜ້າຫ້ອງການສຶກສາເມືອງອານຸວົງ ພ້ອມດ້ວຍຄະນະ; ພາກສ່ວນທີສອງແມ່ນກອງບັນຊາການແຂວງໄຊສົມບູນ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ເຄື່ອງໃຊ້ໃນຊີວິດປະຈຳວັນ, ເຂົ້າສານ, ອາຫານແຫ້ງ ແລະອຸປະກອນກີລາຈຳນວນໜຶ່ງ ເພື່ອມອບໃຫ້ ອ້າຍນ້ອງທະຫານທີ່ກຳລັງປະຕິບັດໜ້າທີ່ໃນແຕ່ລະຈຸດ ຕາງໜ້າຮັບເຄື່ອງໃນຄັ້ງນີ້ໂດຍ ສະຫາຍ ພັນໂທ ພູໂຂງ ໄຊຍະວົງ ຕາງຫນ້າກອງບັນຊາການແຂວງໄຊສົມບູນ ມູນຄ່າ 3,500,000 ກີບ (ສາມລ້ານຫ້າແສນກີບ)

ພາບບັນຍາກາດ