Select your language

ໃນຕອນບ່າຍ ວັນທີ 31 ມັງກອນ 2024, ສະຫະພັນກຳມະບານ ຮາກຖານ ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຢູ່ທີ່ຄະນະຂອງຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທິບ ຈັນແດງ ຮອງປະທານສະຫະພັນກຳມະບານ ມຊ, ສະຫາຍ ນາງ ທັດສະນາລອນ ສີສຸນົນ ຄະນະພັກຮາກຖານ ຄນລ, ມີອົງການຈັດຕັ້ງພາຄີ ຊາວໜຸ່ມ ແລະແມ່ຍິງ, ພ້ອມດ້ວຍແຂກຖືກເຊີນ, ສະມາຊິກກຳມະບານ ທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ໃນໂອກາດນີ້, ສະຫາຍ ບຸນເຖິງ ສີທອນແກ້ວຈຳປາ ຮັກສາການປະທານສະຫະພັນກຳມະບານ ຮາກຖານ ຄນລ ໄດ້ຂຶ້ນຜ່ານບົດບົດລະຫຼຸບການເຄື່ອນໄຫວວຽກງານສະໄໝທີ V ໂດຍສະຫາຍໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນ ແລະສຳຄັນໂດຍສະເພາະແມ່ນວຽກງານແນວຄິດການເມືອງເຫັນວ່າ ສະມາຊິກກຳມະບານສ່ວນໃຫຍ່ແມ່ນມີຄວາມຫ້າວຫັນເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກງານ ພ້ອມທັງເຮັດລ້ອນໜ້າທີ່ໆໄດ້ຮັບມອບໝາຍ, ພ້ອມນັ້ນ ສູ້ຊົນປະຕິບັດຕາມຄຳຂວັນ 5 ເປັນເຈົ້າຂອງສະຫະພັນກຳມະບານໄດ້ວາງອອກຄື: 1. ເປັນເຈົ້າການໃນການເຝິກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ, 2. ເປັນເຈົ້າໃນການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, 3. ເປັນເຈົ້າໃນການພັດທະນາຕົນເອງ ແລະ ການຈັດຕັ້ງ, 4. ເປັນເຈົ້າການປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ, 5. ເປັນເຈົ້າໃນການປະຕິບັດໜ້າທີ່ ວິຊາສະເພາະຢ່າງປະດິດສ້າງ, ພ້ອມນັ້ນ ຍັງໄດ້ເອົາໃຈໃສ່ໃນການປະຕິບັດນະໂຍບາຍ ແລະຊ່ວຍເຫຼືອສະມາຊິກກຳມະບານ ທີ່ໄດ້ຮັບການເຈັບເປັນ, ເກີດລູກ, ສ້າງຄອບຄົວໃໝ່. ສ່ວນວຽກງານແຜນການໃນຕໍ່ໜ້າ ຄະນະບໍລິຫານສະຫະພັນກຳມະບານ ຈະສືບຕໍ່ເອົາໃຈໃສ່ໃນວຽກງານການຂະຫຍາຍສະມາຊິກກຳມະບານ ໂດຍເລັ່ງໃສ່ມະຫາຊົນທີ່ກ້າວໜ້າ ເປັນຕົ້ນ. ຈາກຜົນງານຕະຫຼອດໄລຍະທີ່ຜ່ານມາ ມີສະມາຊິກສະຫະພັນກຳມະບານທີ່ໄດ້ຮັບການຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກີລາທັງໝົດ 81 ສະຫາຍ ຍິງ 38 ສະຫາຍ.

         ໃນພິທີໄດ້ມີການປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານກຳມະບານຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 7 ສະຫາຍ ເລືອກເອົາ 5 ສະຫາຍ, ຜົນການບ່ອນບັດຄັດເລືອກທີ່ປະຊຸມໄດ້ເລືອກ ສະຫາຍ ປັນຍາສັກ ແສງອ່ອນແກ້ວ ເປັນປະທານ, ສະຫາຍ ສີພອນ ວົງຫາລາດ ເປັນຮອງ, ສະຫາຍ ປອ. ນາງ ດວງມາລາ ຄຳສົງກາ ເປັນປະທານກວດກາ, ສະຫາຍ ແກ້ວສາຍຈົງ ສາຍສຸວັນນະວົງ ແລະສະຫາຍ ພັນທະສັກ ມິ່ງນະຄອນ ເປັນຄະນະ.

          ໃນໂອກາດດຽວກັນ ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນທິບ ຈັນແດງ ເຊິ່ງສະຫາຍໄດ້ເນັ້ນໝັກ ໜ້າວຽກທີ່ສຳຄັນທີ່ຮາກຖານ ກຳມະບານ ຄນລ ຕ້ອງເອົາໃຈໃສ່ເປັນຕົ້ນ ວຽກງານການຂະຫຍາຍສະມາຊິກກຳມະບານ ໂດຍກໍ່ສ້າງ-ຄັດຈ້ອນເອົາມະຫາຊົນກ້າວຫນ້າ, ສືບຕໍ່ສ້າງຄວາມສາມັກຄີພາຍໃນໜ່ວຍ, ຮາກຖານ ໂດຍການເຂົ້າຮ່ວມກິດຈະກຳຕ່າງໆຂອງສະຫະພັນກຳມະບານຈັດຂຶ້ນ, ເອົາໃຈໃສ່ວຽກງານຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ດ້ານສະຫວັດດີການສັງຄົມໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ພ້ອມທັງຍົກລະດັບຄວາມຮູ້-ຄວາມສາມາດເພື່ອພັດທະນາຕົນເອງ.

ພາບບັນຍາກາດ