Select your language

ໃນວັນທີ 1 ກຸມພາ 2024 ຜ່ານມາ, ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສະຫະລັດອາເມຣິກາປະຈຳ ສ ປປ. ລາວ ໄດ້ຈັດກອງປະຊຸມສຳລັບຄູ-ອາຈານ ທີ່ສອນພາສາອັງກິດ ທົ່ວປະເທດລາວຄັ້ງທີ 18 ປະຈຳປີ 2024 (The 18th Lao TESOL Conference) ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ Jerry Frank ຫົວໜ້າຫ້ອງການພາສາອັງກິດພາກພື້ນ ຮ່າໂນ້ຍ ປະຈຳປະເທດຫວຽດນາມ, ພ້ອມດ້ວຍແຂກຖືກເຊີນ, ຕົວແທນພະນັກງານ, ຄູ-ອາຈານ ທີ່ສອນພາສາອັງກິດທົ່ວປະເທດເຂົ້າຮ່ວມ.

           ໃນໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ມີຄຳເຫັນໃນທີ່ປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມສຳລັບຄູ-ອາຈານ ທີ່ສອນພາສາອັງກິດທົ່ວປະເທດລາວ ໄດ້ຈັດຂຶ້ນເປັນຄັ້ງທຳອິດເມື່ອ 24 ປີກ່ອນ ເປັນກອງປະຊຸມເຝິກອົບຮົມພາສາອັງກິດ ທີ່ສູນຊັບພະຍາກອນພາສາອັງກິດ ລາວ-ອົດສະຕຣາລີ, ກະຊວງສຶກສາທິການ ແລະ ກີລາ, ນະຄອນຫຼວງວຽງຈັນ; ຫຼັງຈາກນັ້ນ ກອງປະຊຸມ ກໍໄດ້ມີການພັດທະນາ ແລະຂະຫຍາຍການຮ່ວມມືຂຶ້ນເລື້ອຍໆ ໂດຍເປີດໂອກາດໃຫ້ ບັນດາອາຈານທີ່ສິດສອນພາສາອັງກິດໃນນະຄອນຫຼວງ ແລະ ແຂວງຕ່າງໆໄດ້ເຂົ້າຮ່ວມເຝິກອົບຮົມ ແລກປ່ຽນບົດຮຽນຮ່ວມກັນ.

ສຳລັບປີນີ້ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ເນື້ອໃນສຳຄັນໃນການສິດສອນພາສາອັງກິດ” ໂດຍຈັດຂຶ້ນເປັນເວລາສອງວັນຄື: ວັນທີ 1-2 ມັງກອນ 2024 ໂດຍຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍພິເສດຈາກ ອາຈານຮັບເຊີນຈາກພາຍໃນ ແລະ ຕ່າງປະເທດ, ເຮັດກິດຈະກຳເປັນສຳມະນາແລກປ່ຽນລະຫວ່າງຄູ-ອາຈານດ້ວຍກັນ ແລະຖາມ-ຕອບ ແລກປ່ຽນສົນທະນາຮ່ວມກັນ. ນອກຈາກກິດຈະກຳທີ່ກ່າວມາແລ້ວກອງປະຊຸມ LaoTESOL ຍັງໄດ້ເປີດໂອກາດໃຫ້ຄູສອນພາສາອັງກິດໄດ້ມີໂອກາດແລກປ່ຽນກັບຜູ້ບັນຍາຍ, ແລກປ່ຽນບົດຮຽນ ແລະ ແນວຄວາມຄິດກ່ຽວກັບປະສົບການໆຮຽນ-ການສອນ, ເຮັດວຽກຮ່ວມກັນ, ການສ້າງຄວາມເຂັ້ມແຂງເຄືອຂ່າຍການສອນພາສາອັງກິດ; ໂດຍສະເພາະ, ການພັດທະນາແນວຄິດທີ່ດີ ໃນການຮຽນ-ການສອນພາສາອັງກິດ ເພື່ອແນໃສ່ເປີດກວ້າງການສຶກສາພາສາອັງກິດ ພາຍໃນປະເທດລາວ ກໍຄື ການເປັນຄູ່ຮ່ວມມືໃນພາກພື້ນ ແລະ ສາກົນ.

         ການຈັດກອງປະຊຸມໃນຄັ້ງນີ້, ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນໂດຍສະເພາະ ແມ່ນ ຫ້ອງການພາສາອັງກິດພາກພື້ນ ຮ່າໂນ້ຍ ຫວຽດນາມ, ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ໂຄງການພາສາອັງກິດຂອງກະຊວງ ສຶກສາ ສະຫະລັດອາເມລິກາ, DK@TODAY, Kyoto Sangyo University, Kyoto, Japan, THT Laos ເປັນຕົ້ນ.

ພາບບັນຍາກາດ