Select your language

          ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956 – 1 ກຸມພາ 2024) ສາມອົງການຈັດຕັ້ງມະຫາຊົນ (ກຳມະບານ, ແມ່ຍິງ ແລະຊາວໜຸ່ມ) ມະຫາວິທະຍາໄລແຫ່ງຊາດ ນຳໂດຍ ທ່ານ ຮສ. ບຸນທອນ ສຸຂະວົງ ປະທານສະຫະພັນກຳມະບານ, ທ່ານ ນາງ ໃບສີ ວາເນັງຈື ປະທານສະຫະພັນແມ່ຍິງ ແລະທ່ານ ສີສຸພັນ ພົມມະນີວົງ ເລຂາຊາວໜຸ່ມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ-ອວຍພອນທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ.

ການເຂົ້າອວຍພອນ ທ່ານ ອະທິການບໍດີ ມຊ, ເນື່ອງໃນໂອກາດວັນສ້າງຕັ້ງ ສະຫະພັນກໍາມະບານ ໃນຄັ້ງນີ້, ກໍເພື່ອອວຍພອນໃຫ້ທ່ານ, ໃນນາມສະມາຊິກກໍາມະບານອາວຸໂສ ແລະໃນນາມເປັນການນໍາ ທີ່ໄດ້ອຸທິດເຫື່ອແຮງ ແລະສະຕິປັນຍາ ປະກອບສ່ວນໃນການພັດທະນາວຽກງານການສຶກສາວົ້າລວມ; ເວົ້າສະເພາະ ກໍແມ່ນການຊີ້ນໍາ-ນໍາພາໃນການພັດທະນາ ມຊ ໃຫ້ມີຄວາມເຕີບໃຫຍ່-ຂະຫຍາຍຕົວ ທັງທາງດ້ານປະລິມານ ແລະຄຸນນະພາບ ຕະຫຼອດມາຈົນເຖິງປັດຈຸບັນ.

ໃນໂອກາດນີ້, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ກ່າວສະແດງຄວາມຂອບໃຈ ແລະໂອ້ລົມໃນທີ່ປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ບັນດາສະຫາຍຄະນະບໍລິຫານງານຂອງສາມອົງການຈັດມະຫາຊົນ ລ້ວນແຕ່ແມ່ນຕົວແທນທີ່ມະຫາຊົນໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນບຸກຄະລາກອນຄຸນະພາບ ເປັນກຳລັງແຮງສຳຄັນ ແລະເປັນຜູ້ສືບທອດໜ້າທີ່ສຳຄັນຕ່າງໆຂອງ ມຊ ຂໍໃຫ້ທຸກສະຫາຍຈົ່ງປະກອບສ່ວນກຳລັງເຫື່ອແຮງເພື່ອສ່ວນລວມ, ປະກອບສ່ວນເຂົ້າໃນວຽກງານຕ່າງໆທີ່ພັກ-ລັດມອບໝາຍໃຫ້, ຍົກລະດັບການສຶກສາເພື່ອພັດທະນາຄວາມຮູ້-ຄວາມສາມາດຂອງຕົນໄດ້ ແລະ ກ້າຫານອົດທົນເສຍສະຫຼະເພື່ອປະເທດຊາດ ມີຫຼັກໝັ້ນການປະຕິວັດ ມີຈິດໃຈຮັກຊາດ.

ພ້ອມນັ້ນ ໃນທີ່ປະຊຸມ ອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມ ຍັງໄດ້ມອບກະຕ່າໝາກໄມ້ເພື່ອສຸຂະພາບອວຍພອນໃຫ້ຄະນະບໍລິຫານງານກຳມະບານ ມຊ ອີກດ້ວຍ.

ພາບບັນຍາກາດ