Select your language

ໃນຕອນບ່າຍວັນທີ 12 ກຸມພາ 2024 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຕໍາແໜ່ງວິຊາການຄູສອນ ຂັ້ນຮອງສາດສະດາຈານ(ຮສ), ຂັ້ນສາດສະດາຈານ(ສຈ) ແລະສາດສະດາຈານພິເສດ ຂຶ້ນທີ່ສະໂມສອນ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍການໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ປະທານສະພາການສຶກສາຊັ້ນສູງແຫ່ງຊາດ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ສຈ.ປອ ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ມີທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ ຮອງປະທານສະພາ, ອະທິການບໍດີ ມຊ ພ້ອມຄະນະ, ມີບັນດາທ່ານສະມາຊິກສະພາ ມຊ, ມີຄະນະນໍາ, ຄະນະບໍດີ, ຫົວໜ້າຫ້ອງການ, ບັນດາພະນັກງານ, ຄູ-ອາຈານຜູ້ທີ່ໄດ້ຮັບຕຳແໜ່ງວິຊາການຄູຈາກ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລວິທະຍາສາດສຸຂະພາບສອນເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໄດ້ຂຶ້ນຜ່ານບົດລາຍງານການຄົ້ນຄວ້າ ຕໍາແໜ່ງວິຊາການຄູສອນວ່າ: ໂດຍປະຕິບັດຕາມ ດຳລັດວ່າດ້ວຍຕຳແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ ເລກທີ 03/ລບ ລົງວັນທີ 10 ມັງກອນ 2020 ແລະ ຄໍາແນະນໍາການຄັດເລືອກ ແລະ ຮັບຮອງຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ ເລກທີ 1054/ສສກ. ລົງວັນທີ 4 ທັນວາ 2020 ແລະ ຄຳແນະນຳ ກ່ຽວກັບເງື່ອນໄຂ, ມາດຕະຖານ ແລະ ການແຕ່ງຕັ້ງຕຳແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ ເລກທີ 517 ລົງວັນທີ 11 ເມສາ 2023. ໜຶ່ງໃນພາລະບົດບາດ ຂອງສະພາມະຫາວິທະຍາໄລແຫ່ງຊາດ ກໍຄືຄົ້ນຄວ້າ ແລະ ພິຈາລະນາສະເໜີ ການຂໍຕຳແໜ່ງວິຊາການຄູຂັ້ນສາດສະດາຈານ, ຮອງສາດສະດາຈານ, ອາຈານ ແລະ ຜູ້ຊ່ວຍອາຈານ ໃຫ້ແກ່ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ. ເຊິ່ງມາຮອດປັດຈຸບັນນີ້ ສະພາມະຫາວິທະຍາໄລແຫ່ງຊາດ ໄດ້ສະເໜີຂັ້ນເທິງມອບຕຳແໜ່ງຂັ້ນສາດສະດາຈານ, ຮອງສາດສະດາຈານ, ອາຈານ ແລະ ຜູ້ຊ່ວຍອາຈານ ໃຫ້ແກ່ຄູສອນ ທັງພາຍໃນ ແລະ ພາຍນອກ ມະຫາວິທະຍາໄລແຫ່ງຊາດ ມາແລ້ວ 14 ຊຸດ, ຄັ້ງນີ້ເປັນຊຸດທີ 15.  ການຄົ້ນຄວ້າພິຈາລະນາຕຳແໜ່ງວິຊາການຂອງຄູສອນ ຊຸດທີ 15 ນີ້ ແມ່ນໄດ້ຄົ້ນຄວ້າພິຈາລະນາໃນຕົ້ນ ປີ 2023 ການພິຈາລະນາຕຳແໜ່ງວິຊາການຂອງຄູສອນຢູ່ພາຍໃນ ມຊ ຄັ້ງນີ້, ແມ່ນໄດ້ຮັບການຄົ້ນຄວ້າພິຈາລະນາຫຼາຍກອງປະຊຸມ ໂດຍໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນ ແລະ ລະບຽບການທຸກປະການ. ໄດ້ຜ່ານກອງປະຊຸມຂັ້ນພາກວິຊາ, ຂັ້ນຄະນະວິຊາ, ກອງປະຊຸມຂອງຜູ້ຊົງຄົນວຸດທິ 9 ທ່ານ, ກອງປະຊຸມຂອງສະພາ ມຊ ສະໄໝສາມັນ ຄັ້ງທີ 1 ປະຈຳປີ 2023  ກອງປະຊຸມຄັ້ງດັ່ງກ່າວໄດ້ຮັບຮອງຕໍາແໜ່ງວິຊາການຄູ ທັງໝົດ 14 ທ່ານ ຍິງ 6 ທ່ານ, ຈາກ 2 ຄະນະວິຊາຄື: ຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະຄະນະສະຖາປັດຕະຍະກໍາສາດ ມຊ ເຊິ່ງປະກອບມີ ຂັ້ນອາຈານ ຈໍານວນ 7 ທ່ານ (ຍິງ 3 ທ່ານ), ຂັ້ນຮອງສາດສະດາຈານ 6 ທ່ານ (ຍິງ 3 ທ່ານ) ແລະ ຂັ້ນສາດສະດາຈານພິເສດ ຈຳນວນ 1 ທ່ານ. ໃນນັ້ນ, ຂັ້ນສາດສະດາຈານພິເສດ ແມ່ນໄດ້ຮັບຮອງອະນຸມັດ ຈາກທ່ານອະທິການບໍດີ ມຊ ຂໍ້ຕົກລົງສະບັບເລກທີ 419/ມຊ, ລົງວັນທີ 9 ກຸມພາ 2024 ແລະ ຂັ້ນຮອງສາດສະດາຈານ ຈຳນວນ 6 ທ່ານ ໄດ້ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະພາການສຶກສາຊັ້ນສູງແຫ່ງຊາດ ຄັ້ງວັນທີ 14 ພະຈິກ 2023 ແລະ ໄດ້ຮັບການອະນຸມັດອອກດຳລັດທ່ານນາຍົກລັດຖະມົນຕີ ສະບັບເລກທີ 109-114/ນຍ; ລົງວັນທີ 18 ມັງກອນ 2024. ສຳລັບຂັ້ນອາຈານ ຈຳນວນ 7 ທ່ານ ແມ່ນ ລໍຖ້າການພິຈາລະນາຮັບຮອງຈາກທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ຄາດຄະເນວ່າຈະອອກມາໃນມໍ່ໆນີ້.

ຜູ້ທີ່ໄດ້ຮັບຕໍາແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ ໃນມະຫາວິທະຍາໄລຊຸດທີ 15 ນີ້ ມີ ທ່ານ ສິນທະວອນ ດາລາວົງ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ການວາງແຜນ ແລະສິ່ງແວດລ້ອມຜັງເມືອງ, ທ່ານ ປອ. ທະນູສອນ ວົງປຣະເສີດ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ການວາງແຜນ ແລະສິ່ງແວດລ້ອມຜັງເມືອງ, ທ່ານ ຄໍານິກອນ ສີປະເສີດ ດໍາລົງຕໍາແໜ່ງຮອງສາດສະດາຈານ ສາຂາ ເສດຖະສາດ, ທ່ານ ນາງ ວາດສະໜາ ຈັນທະນະສິນ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ, ທ່ານ ນາງ ວັນນິສາ ທໍາມະຈັກ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ບໍລິຫານທຸລະກິດ ແລະທ່ານ ນາງ ບົວສອນ ແສງສຸລິວົງ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ. ສ່ວນຜູ້ໄດ້ຮັບຕໍາແໜ່ງ ສາດສະດາຈານ 2 ທ່ານ ແລະສາດສະດາຈານພິເສດ 1 ທ່ານ ແມ່ນພາກສ່ວນ ມະຫາວິທະຍາໄລວິທະຍາສາດສຸຂະພາບ.

       ໃນພິທີອັນມີຄວາມໝາຍສໍາຄັນນີ້, ທີ່ປະຊຸມໄດ້ຮັບຟັງການໃຫ້ກຽດໂອ້ລົມ ຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ປະທານສະພາການສຶກສາຊັ້ນສູງແຫ່ງຊາດ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ; ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຜົນງານການຄົ້ນຄວ້າວິທະຍາສາດ ຂອງ ພະນັກງານ, ຄູ-ອາຈານ ຂອງ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາ ວິທະຍາສາດສຸຂະພາບ ທີ່ໄດ້ຮັບຕໍາແນ່ງວິຊາການຄູ ເຊິ່ງບາງຕອນທ່ານກ່າວວ່າ: ຂ້າພະເຈົ້າ ໄດ້ຮັບຮູ້ ແລະ ເຫັນໄດ້ ບັນດາຄູ-ອາຈານ, ພະນັກງານ ໄດ້ມີຄວາມບຸກບືນ-ສູ້ຊົນສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ສິດສອນ ນັກຮຽນ, ນັກສຶກສາ ໃຫ້ມີຄຸນສົມບັດ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ຂຽນປຶ້ມຕໍາລາ ແລະ ຄົ້ນຄວ້າວິທະຍາສາດ ດ້ວຍນໍ້າໃຈບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ຕະຫຼອດໄລຍະຜ່ານມາ. ໂດຍອີງໃສ່ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຮອດປີ 2025 ຂອງພັກ-ລັດທີ່ໄດ້ວາງອອກ, ເຊິ່ງແຜນຍຸດທະສາດດັ່ງກ່າວ, ໄດ້ກຳນົດຈຸດປະສົງ ແລະ ຄາດໝາຍຢ່າງຈະແຈ້ງ ແນໃສ່ເຮັດໃຫ້ປະຊາຊົນລາວ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເຮັດໃຫ້ປະເທດເຮົາຫຼຸດພົ້ນອອກຈາກຄວາມດອຍພັດທະນາ. ເພື່ອບັນລຸຈຸດໝາຍດັ່ງກ່າວນັ້ນ, ໜຶ່ງໃນປັດໄຈທີ່ມີລັກສະນະຕັດສິນກວ່າໝູ່ ກໍຍັງແມ່ນຄົນ, ເພາະເປັນຈຸດໃຈກາງຂອງແຜນພັດທະນາຊັບພະຍາກອນມະນຸດ ແມ່ນການພັດທະນາຄົນ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີວິຊາຊີບ, ມີສຸຂະພາບພະລະນາໄມ, ມີຄວາມສີວິໄລທາງດ້ານຈິດໃຈ, ມີສິລະປະ, ມີລະບຽບວິໄນ, ມີນໍ້າໃຈຮັກປະເທດຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ເພື່ອສະໜອງຕອບຄວາມຮຽນຮ້ອງຕ້ອງການ ຂອງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ດັ່ງນັ້ນ, ພື້ນຖານຂອງການພັດທະນາຄົນແມ່ນວຽກງານສຶກສາ. ໂດຍສະເພາະແມ່ນ ມະຫາວິທະຍາໄລ ທີ່ເປັນສະຖາບັນການສຶກສາຊັ້ນສູງຂອງພວກເຮົາ ເຊິ່ງມີພາລະບົດບາດໃນການກໍ່ສ້າງນັກວິຊາການ ອອກຮັບໃຊ້ສັງຄົມ ແລະ ຄວາມຮຽກ

ຮ້ອງຕ້ອງການ ຂອງປະເທດຊາດ. ທ່ານ ກ່າວຕື່ມວ່າ ບັນດາທ່ານທີ່ ໄດ້ຮັບການອະນຸມັດແຕ່ງຕັ້ງຈາກທ່ານນາຍົກລັດຖະ

ມົນຕີ ດໍາລັດວ່າດ້ວຍຕໍາແໜ່ງວິຊາການຄູ ຂອງມະຫາວິທະຍາໄລແຫ່ງຊາດ ຂັ້ນຕ່າງໆນັ້ນ, ແຕ່ລະທ່ານ ລ້ວນແຕ່ມີຜົນງານດ້ານວິຊາການ ກ່ຽວກັບການສິດສອນ, ການປິ່ນປົວ ແລະ ການຄົ້ນຄວ້າວິທະຍາສາດ ເຊິ່ງມີຄວາມຊໍານານໃນຂະແໜງການສຶກສາ, ວິທະຍາສາດການແພດ, ການວາງແຜນສະພາບແວດລ້ອມເມືອງ, ເສດຖະສາດ, ບໍລິຫານທຸລະກິດ, ສາທາລະນະສຸກສາດ ແລະ ສັງຄົມ. ນັບແຕ່ມື້ນີ້ໄປບັນດາທ່ານເຫຼົ່ານີ້ ກໍຈະສືບຕໍ່ພາລະໜ້າທີ່ ຊ່ວຍພັດທະນາການສຶກສາ ແລະ ວິຊາສະເພາະໃຫ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສະນັ້ນ, ບັນດາທ່ານທີ່ໄດ້ຮັບຕໍາແໜ່ງວິຊາການຄູສອນອັນຊົງກຽດ ຄືດັ່ງທີ່ໄດ້ກ່າວມາຂ້າງເທິງ ຈະໄດ້ສືບຕໍ່ປະກອບສ່ວນວຽກງານໃນສະຖານທີ່ຕ່າງໆນັ້ນ ມັນຮຽກຮ້ອງໃຫ້ພວກທ່ານຕ້ອງມີຄວາມອົດທົນພະຍາຍາມສູງ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງໄດ້ມອບໝາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກທ່ານຈະສືບຕໍ່ສິດສອນ, ປິ່ນປົວ ແລະ ຄົ້ນຄວ້າວິທະຍາສາດ ເພື່ອນຳຄວາມຮູ້-ຄວາມສາມາດ ແລະ ປະສົບການຂອງພວກ ໄປເຝິກຝົນ-ຫຼໍ່ຫຼອມພະນັກງານສືບທອດຂອງພັກ-ລັດ ເຮົາໃນອະນາຄົດ, ເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ ໃນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດ ຕາມລະດັບຄາດໝາຍເທື່ອລະກ້າວ.

ພາບບັນຍາກາດ