Select your language

ໃນຕອນເຊົ້າ ວັນທີ 8 ກຸມພາ 2024, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ຊາວີເອ ເບັດແຕຣ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈາກປະເທດລຸກຊໍາບວກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມຢ້ຽມຢາມ ແລະ ໂອ້ລົມຕໍ່ຄູ-ອາຈານ ແລະນັກສຶກສາຂອງ ຄນລ, ໂດຍມີທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ພ້ອມດ້ວຍຄະນະນຳ ແລະພະນັກງານ, ຄູ-ອາຈານ, ນັກສຶກສາ ຂອງ ຄນລ ໃຫ້ກຽດຕ້ອນຮັບ.

          ໃນໂອກາດການຢ້ຽມ ມຊ(ຄະນະນິຕິສາດ ແລະລັດຖະສາດ) ຄັ້ງນີ້ ທ່ານ  ຊາວີເອ ເບັດແຕຣ ພ້ອມດ້ວຍຄະນະກໍໄດ້ຢຽມຢາມຫ້ອງສະໜຸດຂອງ ຄນລ ເຊິ່ງທ່ານໄດ້ຢຽມຊົມຫ້ອງອ່ານ ແລະຄົ້ນຄວ້າສຳລັບນັກສຶກສາທີ່ໄດ້ຮີບໂຮມເອົາປຶ້ມທີ່ເປັນພາສາລາວ ແລະພາສາຕ່າງປະເທດໂດຍສະເພາະແມ່ນປຶ້ມທີ່ກ່ຽວກັບການພົວພັນການຕ່າງປະເທດ ແລະກົດໝາຍເປັນຕົ້ນ. ພ້ອມກັນນັ້ນ ທ່ານຍັງໄດ້ໂອ້ລົມຕໍ່ນັກສຶກສາ ແລະພະນັກງານ, ຄູ-ອາຈານ ຂອງ ຄນລ ເຊິ່ງທ່ານໄດ້ກ່າວວ່າ: ການແລກປ່ຽນ ແລະ ສ້າງຂີດຄວາມສາມາດດ້ານຊັບພະຍາກອນມະນຸດ ລົງເລິກດ້ານວິຊາສະເພາະໃຫ້ພະນັກງານວິຊາການໃຫ້ມີຄຸນນະພາບສູງ ເພື່ອເຊື່ອມຕໍ່ການຄ້າໃນພາກພື້ນ ແລະ ສາກົນ; ທ່ານກ່າວຕື່ມວ່າ: ລັດຖະບານລຸກຊຳບວກ ຍິນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ການຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການສຶກສາ ທີ່ຕິດພັນກັບວຽກທ່ອງທ່ຽວ ແລະ ຍຸຕິທຳ.

         ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຍິນດີ ຕໍ່ການຢ້ຽມຂອງທ່ານ ຊາວີເອ ເບັດແຕຣ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈາກປະເທດລຸກຊໍາບວກພ້ອມດ້ວຍຄະນະ, ເຊິ່ງການຢ້ຽມຢາມ ຄນລ ໃນຄັ້ງນີ້ຖືເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະ ກໍແມ່ນວຽກງານການສຶກສາ ເປັນຕົ້ນບັນດາໂຄງການຕ່າງໆ ທີ່ກຳລັງຈັດຕັ້ງປະຕິບັດໃນ ຄນລ, ເຊິ່ງປັດຈຸບັນ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກຊໍາບວກ ເພື່ອສືບຕໍ່ດໍາເນີນໄປໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້; ພ້ອມດຽວກັນ, ກໍສະແດງຄວາມຂອບໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ ແລະໃນຕອນທ້າຍ ທ່ານ ຊາວີເອ ເບັດແຕຣ (Xavier Bettel) ຍັງໄດ້ໂອ້ລົມ ແລະ ແລກປ່ຽນກັບນັກສຶກສາ ກ່ຽວກັບປະເທດລຸກຊໍາບວກອີກດ້ວຍ.

ພາບບັນຍາກາດ