Select your language

ໃນລະຫວ່າງ ວັນທີ 15-16 ກຸມພາ 2024 ຄະນະສະຖາປັດຕະຍະກຳສາດ (ຄສປ), ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ (ມຊ), ກະຊວງໂຍທາທິການແລະຂົນສົ່ງ ກົມຂົນສົ່ງ (ຍທຂ) ຮ່ວມກັບອົງການເສດຖະກິດ ແລະ ສັງຄົມແຫ່ງຊາດອາຊີ ແລະປາຊີຟິກ (UNESCAP) ໄດ້ຈັດກອງປະຊຸມສຳມະນາແບບປະຕິບັດການກ່ຽວກັບວຽກງານທີ່ຄວບຄຸມດ້ານສັງຄົມ ແລະ ນະວັດຕະກໍາໃນການວາງແຜນການຂົນສົ່ງໃນລາວ, ໂດຍສະເພາະນະຄອນຫຼວງວຽງຈັນ; ກອງປະຊຸມໄດ້ເປີດຂຶ້ນ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຮັກສາການຄະນະບໍດີ ຄສປ, ທ່ານ ນາງ ອຳໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ມີຜູ້ຕາງໜ້າຈາກໂຄງການ UNESCAP, ນັກວິຊາການທີ່ກ່ຽວຂ້ອງຈາກ ຄສປ, ຄສວ, ກົມຂົນສົ່ງ ຕົວແທນຫ້ອງການ ຍທຂ ເມືອງ, ພະແນກ ຍທຂ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໂຄງການນີ້ເປັນການຄົ້ນຄວ້າ ເພື່ອເລີ່ມຕົ້ນພັດທະນາການຂົນສົ່ງສາທາລະນະແບບຍືນຍົງໃນ ສປປ ລາວ ພ້ອມທັງເປັນການສຶກສາແບບປະສົມປະສານລະຫວ່າງດ້ານສັງຄົມ ແລະ ນະວັດຕະກຳ ທີ່ເປັນແນວທາງດ້ານນະໂຍບາຍການສົ່ງເສີມຂອງລັດຖະບານ ສປປ ລາວ ໃນປັດຈຸບັນ. ນອກນັ້ນ ຍັງເປັນໂຄງການໜຶ່ງທີ່ສຶກສາຄົ້ນຄວ້າໃນນາມສະຖາບັນການສຶກສາ ຮ່ວມກັບອົງການຈັດຕັ້ງສາກົນ ເພື່ອສົ່ງເສີມໃຫ້ເກີດການປ່ຽນແປງໃນທິດທາງທີ່ດີຂຶ້ນຕາມຈຸດປະສົງຂອງໂຄງການ ໂດຍສະເພາະແມ່ນບັນຫາການສັນຈອນ ທີ່ໜາແໜ້ນໃນເຂດຕົວເມືອງ ໃນບັນດາເສັ້ນທາງສາຍຫຼັກ ພາຍໃນນະຄອນຫຼວງ ໃນເວລາລັດຖະການ ແລະການວາງແຜນຜັງເມືອງ ເພື່ອເປັນຕົ້ນແບບໃນການພັດທະນາຕາມທິດສີຂຽວ ແລະຍືນຍົງ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີພາບລວມຂອງໂຄງການ “ການຄຸ້ມຄອງດ້ານສັງຄົມ ແລະ ນະວັດຕະກໍາໃນການວາງແຜນການຂົນສົ່ງ ໃນຂອບເຂດອາຊີຟາຊີຟິກ” ໂດຍສະເພາະແມ່ນ ສປປ ລາວ ນຳສະເໜີໂດຍ: ທ່ານ ຮສ. ປອ. ສອນທະນູ ວົງປຣະເສີດ ຈາກ ຄສປ. ມຊ, ທ່ານ ລຳຄ່າ ໄຊຍະສານ ຈາກ ຍທຂ ແລະທ່ານ Tanu Priya ຈາກອົງການ UNESCAP, ພ້ອມນັ້ນ ຍັງໄດ້ຮ່ວມແລກປ່ຽນ ແລະປະກອບຄຳຄິດເຫັນໃສ່ບົດຄົ້ນຄວ້າຄັ້ງນີ້ອີກດ້ວຍ.

ພາບບັນຍາກາດ