Select your language

         ໃນຕອນບ່າຍວັນທີ 16 ກຸມພາ 2024 ຜ່ານມານີ້, ມູນນິທິ Mitsubishi ປະເທດຍີ່ປຸ່ນ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ), ພິທີໄດ້ຈັດຂຶ້ນທີຫ້ອງປະຊຸມ 213 ຕຶກສໍານັກງານອະທິການບໍດີ ມຊ, ໂດຍການກ່າວມອບຂອງ Mr. Hirotaka Ishizaka, Chief Administration Officer; ກ່າວຮັບໂດຍທ່ານ ຮສ. ສີິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ມີບັນດາທ່ານຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ພ້ອມດ້ວຍນັກສຶກສາຜູ້ໄດ້ຮັບທຶນເຂົ້າຮ່ວມ.

         ທຶນການສຶກສາ ທີ່ມູນນິທິ   Mitsubishi ມອບໃຫ້ແກ່ນັກສຶກສາ ມຊ ໃນສົກສຶກສານີ້ ແມ່ນມອບໃຫ້ສະເພາະ ນັກສຶກສາ ປີທີ 3 ທີ່ຮຽນຢູ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ພາກວິຊາພາສາຍີ່ປຸ່ນ ມຊ.  ການໃຫ້ທຶນການສຶກສາຄັ້ງນີ້ ເປັນຄັ້ງທີ 4; ເຊິ່ງໄດ້ເລີ່ມມາແຕ່ ສົກສຶກສາ 2020-2021 ເປັນຕົ້ນມາ, ລວມຈຳນວນນັກສຶກສາທີ່ໄດ້ຮັບທຶນທັງໝົດໃນ 4 ປີ ມີ 59 ຄົນ, ລວມຈຳນວນເງິນທຶນການສຶກສາທີ່ໄດ້ຮັບທັງໝົດ 13,797 ໂດລາສະຫະລັດ; ເຊິ່ງ ສົກສຶກສາ 2020-2021  ໄດ້ໃຫ້ທຶນການສຶກສາ ຈຳນວນ 4,300 ໂດລາ ມອບໃຫ້ ນັກສຶກສາ ຈຳນວນ 20 ຄົນ, ສົກສຶກສາ 2021-2022  ໃຫ້ທຶນການສຶກສາຈຳນວນ 3,497 ໂດລາ ມອບໃຫ້ ນັກສຶກສາ 15 ຄົນ, ສົກສຶກສາ 2022-2023  ໃຫ້ທຶນການສຶກສາຈຳນວນ  3.000 ໂດລາ ມອບໃຫ້ນັກສຶກສາ  12 ຄົນ ແລະ ສົກສຶກສາ 2023-2024  ໃຫ້ທຶນການສຶກສາຈຳນວນ 3,000 ໂດລາ ມອບໃຫ້ ນັກສຶກສາ ຈຳນວນ 12 ຄົນ.