Select your language

ໃນຕອນເຊົ້າວັນທີ 21 ກຸມພາ 2024 ຜ່ານມານີ້, ຄະນະອັກສອນສາດ(ຄອສ)ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະຫຼຸບແຜນພັດທະນາ ຄອສ ປະຈໍາປີ 2023 ແລະຜ່ານທິດທາງແຜນພັດທະນາປະຈໍາປີ 2024 ຂຶ້ນທີ່ສະໂມສອນຊັ້ນ II ມຊ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ. ເຂົ້າຮ່ວມມີທ່ານ ອຈ. ທອງສຸກ ແກ້ວມະນີ ຄະນະບໍດີ ຄອສ ພ້ອມດ້ວຍຄະນະ, ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງ, ມີບັນດາຫົວໜ້າພາກ-ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

          ໃນກອງປະຊຸມ ທ່ານ ຮສ. ທອງສຸກ ແກ້ວມະນີ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການປະຕິບັດແຜນພັດທະນາ ຄອສ ປະຈໍາປີ 2023 ແລະທິດທາງແຜນພັດທະນາປະຈໍາປີ 2024 ຕໍ່ທີ່ປະຊຸມ; ເຊິ່ງທ່ານໃຫ້ຮູ້ວ່າ ຄອສ ປະກອບດ້ວຍ 10 ພາກວິຊາ, 7 ພະແນກ, 3 ສູນ, 84 ໝ່ວຍວິຊາ ແລະມີ 7 ໜ່ວຍງານ; ມີພະນັກງານທັງໝົດ 194 ທ່ານ, ຍິງ 99 ທ່ານ; ວຸດທິການສຶກສາລະດັບປະລິນຍາເອກ 9 ທ່ານ, ຍິງ 4 ທ່ານ, ປະລິນຍາໂທ 102 ທ່ານ, ຍິງ 52 ທ່ານ, ເໜືອປະລິນຍາຕີ 1 ທ່ານ(ຍິງ), ປະລິນຍາຕີ 29 ທ່ານ, ຍິງ 10 ທ່ານ; ຕໍາແໜ່ງວິຊາການ ຮອງສາດສະດາຈານ 4 ທ່ານ, ຍິງ 1 ທ່ານ, ອາຈານ 37 ທ່ານ, ຍິງ 18 ທ່ານ, ຜູ້ຊ່ວຍອາຈານ 34 ທ່ານ, ຍິງ 20 ທ່ານ. ມີບັນດາຊ່ຽວຊານ ແລະອາສາສະໝັກຕ່າງປະເທດ ຈໍານວນ 12 ທ່ານ, ຍິງ 9 ທ່ານ, ມາຈາກ 8 ປະເທດຄື: ສສ ຫວຽດນາມ 2 ທ່ານ, ສປ ຈີນ 2 ທ່ານ, ສ. ກູບາ 1 ທ່ານ, ຍີ່ປຸ່ນ 1 ທ່ານ, ສ. ເກົາຫຼີ 2 ທ່ານ, ສະຫະລັດອາເມລິກາ 2 ທ່ານ ແລະເຢຍລະມັນ 1 ທ່ານ.

          ຜົນສໍາເລັດການປະຕິບັດແຜນພັດທະນາ ຄອສ ປະຈໍາປີ 2023 ມີທັງໝົດ 7 ແຜນງານ 28 ໂຄງການ, 38 ກິດຈະກໍາຫຼັກ, 91 ກິດຈະກໍາຍ່ອຍ ປະຕິບັດໄດ້ 66 ກິດຈະກໍາຍ່ອຍ ເທົ່າກັບ 73% ໃນນັ້ນ ແຜນງານທີ I ການພັດທະນາບຸກຄະລາກອນ ມີ 6 ໂຄງການ; 9 ກິດຈະກໍາຫຼັກ ແລະ 25 ກິດຈະກໍາຍ່ອຍ ປະຕິບັດສໍາເລັດ 15 ກິດຈະກໍາ. ແຜນງານທີ II ພັດທະນາ ຄອສ ໃຫ້ກາຍເປັນສູນກາງການສຶກສາທາງດ້ານພາສາ, ວັດທະນະທໍາ ແລະສື່ສານມວນຊົນທີ່ມີຄຸນນະພາບ ມີ 7 ໂຄງການ, 14 ກິດຈະກຳຫຼັກ ແລະ 25 ກິດຈະກໍາຍ່ອຍ ປະຕິບັດສໍາເລັດ 20 ກິດຈະກໍາ. ແຜນງານທີ III ພັດທະນາຄວາມເປັນສູນກາງທາງດ້ານການຄົ້ນຄວ້າວິທະຍາສາດ ແລະການບໍລິການວິຊາການ ມີ 2 ໂຄງການ, 5 ກິດຈະກຳຫຼັກ ແລະ 8 ກິດຈະກຳຍ່ອຍ ປະຕິບັດສໍາເລັດ 5 ກິດຈະກຳ. ແຜນງານທີ IV ປັບ, ສ້າງ ແລະພັດທະນາກົນໄກຄຸ້ມຄອງບໍລິຫານທີ່ດີ ແລະທັນສະໄໝ ມີ 4 ໂຄງການ, 5 ກິດຈະກຳຫຼັກ ແລະ 9 ກິດຈະກຳຍ່ອຍ ປະຕິບັດສໍາເລັດ 5 ກິດຈະກຳ. ແຜງານທີ V ປັບປຸງ, ຂະຫຍາຍ ແລະພັດທະນາພື້ນຖານໂຄງລ່າງສູ່ຄວາມເປັນສາກົນ ມີ 4 ໂຄງການ, 8 ກິດຈະກໍາຫຼັກ ແລະ 15 ກິດຈະກໍາຍ່ອຍ ປະຕິບັດສໍາເລັດ 15 ກິດຈະກໍາ. ແຜນງານທີ VI ສ້າງຄວາມເຂັ້ມແຂງທາງດ້ານການເງິນ ມີ 2 ໂຄງການ, 2 ກິດຈະກໍາຫຼັກ ແລະ 2 ກິດຈະກໍາຍ່ອຍ ປະຕິບັດສໍາເລັດ 1 ກິດຈະກໍາ. ແຜນງານທີ VII ພັດທະນາການຮ່ວມມືກັບພາຍໃນ ແລະສາກົນ ມີ 3 ໂຄງການ, 4 ກິດຈະກຳຫຼັກ ແລະ 7 ກິດຈະກໍາຍ່ອຍ ປະຕິບັດສໍາເລັດ 5 ກິດຈະກໍາ. ນອກຈາກນີ້ ຄອສ ຍັງມີຜົນງານພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານການເມືອງແນວຄິດ, ວຽກງານຈັດຕັ້ງ ແລະຄຸ້ມຄອງພະນັກງານ, ວຽກງານຄຸ້ມຄອງວິຊາການ ແລະໄອທີ, ວຽກງານຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ, ວຽກງານສຶກສາຫຼັງປະລິຍາຕີ, ວຽກງານແຜນການ-ການເງິນ, ວຽກງານຮ່ວມມືພາຍໃນ ແລະຕ່າງປະເທດຕື່ມອີກ; ຈາກຜົນງານທີ່ໄດ້ຈັດຕັ້ງປະຕິບັດ-ເຄື່ອນໄຫວວຽກງານຂອງ ຄອສ ໃນໄລຍະ 1 ປີ ແມ່ນມີພະນັກງານໄດ້ຮັບໃບຍ້ອງຍໍປະເພດ 1 ຈໍານວນ 104 ທ່ານ, ຍິງ53 ທ່ານ ແລະໄດ້ຮັບໃບຍ້ອງຍໍປະເພດ 2 ຈໍານວນ 19 ທ່ານ, ຍິງ 10 ທ່ານ.

ພາບບັນຍາກາດ