Select your language

ໃນວັນທີ 28 ກຸມພາ 2024 ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ໄດ້ກອງປະຊຸມໃຫຍ່ສະຫະພັນກຳມະບານຮາກຖານ ທີ່ຫ້ອງປະຊຸມພາກວິຊາເອເລັກໂຕຣນິກ, ໂດຍການເປັນປະທານຂອງ ສະຫາຍ ຮສ. ປອ. ສຸລິພັນ ກັນນິຖາ ເລຂາຄະນະພັກ ຄະນະບໍດີ ຄວສ, ສະຫາຍ ຮສ. ປອ. ບຸນທອນ ສຸຂະວົງ ປະທານສະຫະພັນ ກຳມະບານ ມຊ, ສະຫາຍ ບຸນທິບ ຈັນແດງ ປະທານສະຫະພັນກຳມະບານຮາກຖານ ຄວສ ແລະສອງອົງການຈັດຕັ້ງພາຄີ (ຊາວໜຸ່ມ ແລະແມ່ຍິງ), ມີບັນດາຮາກຖານກຳມະບານທີ່ຂຶ້ນກັບ ມຊ, ໜ່ວຍກຳມະບານ, ສະມາຊິກທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.       

ໃນພິທີສະຫາຍ ບຸນທິບ ຈັນແດງ ກໍໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານກຳມະບານຮາກຖານ ຄວສ ໃນໄລຍະ 7 ປີຜ່ານມາ (2017-2023) ເຊິ່ງສະຫາຍກໍໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນຄື: ຮາກຖານກຳມະບານ ຄວສ ປະກອບມີທັງໝົດ 11 ໜ່ວຍ, ມີຄະນະໜ່ວຍ 22 ສະຫາຍ.ເປັນຍິງ 4 ສະຫາຍ, ມີ 35 ຈຸ, ມີຈໍານວນສະມາຊິກກໍາມະບານທັງໝົດລວມມີ 1851ສະຫາຍ, ເປັນຍີງ 445 ສະຫາຍ, ພະນັກງານ ມີ 179 ສະຫາຍ, ບໍານານມີ 8 ສະຫາຍ, ອາສາສະໝັກ ແລະສັນຍາຈ້າງມີ 65 ສະຫາຍ, ນັກສຶກສາມີ 1599 ສະຫາຍ;  ດ້ານການເມືອງແນວຄິດ ສະມາຊິກກໍາມະບານທຸກສະຫາຍໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຫຼັກໝັ໊ນຊົນຊັ້ນກໍາມະກອນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດ ຊາດ, ຕໍ່ພັກ, ມີຄູນສົມບັດສີນທໍາປະຕິວັດ, ມີສະຕິເຄົາລົບກົດໝາຍ, ລະບຽບການ ແລະ ມີລະບຽບວິໄນ; ສາມາດຂະຫຍາຍສະມາຊິກກໍາມະບານໃໝ່ໄດ້ 8 ຄັ້ງ, ຊື່ງມີຈໍານວນສະມາຊິກທັງໝົດ 4,184 ສະຫາຍ ເປັນຍີງ ຈໍານວນ 905 ສະຫາຍ; ດ້ານວຽກງານນະໂຍບາຍ, ປົກປ້ອງສິດຜົນປະໂຫຍດ ຂອງສະມາຊິກກໍາມະບານ ໄດ້ລະດົມທຶນຊ່ວຍເຫຼືອນັກຮຽນເຂດຫ່າງໄກສອກຫຼີກ,ຕ້ານໄພໜາວ, ໄພນໍ້າຖ້ວມລວມ 4 ຄັ້ງ. ເປັນອຸປະກອນ ການຮຽນ, ອຸປະກອນກິລາ,ເຄື່ອງນຸງຮົ່ມຈໍານວນນຶ່ງ.ເປັນເງິນຈໍານວນ 25 150,000ກີບ,  ໄດ້ສະເໜີເອົາເງີນກອງທືນຊ່ວຍເຫຼືອເຊີ່ງກັນ ແລະ ກັນຈາກສະຫະພັນກໍາມະບານມະຫາວິທະຍາໄລແຫ່ງຊາດ,ມາ ມອບໃຫ້ຊິກກໍາມະບານຜູ້ທີ່ເຈັບເປັນ,ນອນໂຮງໝໍ, ຜ່າຕັດ, ເກິດລູກ,ແຕ່ງງານ, ບໍານານ ແລະ ເສຍຊີວິດທັງໝົດ ຈໍານວນ 103 ສະຫາຍ ເປັນເງິນ 73,750,000 ກີບ ແລະຍັງໄດ້ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5ເປັນເຈົ້າທຸກໆປີ ແລະໄດ້ຮັບການຍ້ອງຍໍ   ແລະ ໃບຍ້ອງຍໍຂັ້ນຕ່າງໆດັ່ງລຸ່ມນີ້:  ໄດ້ຮັບຫຼຽນກາກໍາມະບານລາວ ສາມສະຫາຍ ລວມ 3 ຫຼຽນ, ຂັ້ນສູນກາງກໍາມະບານລາວ ລວມມີ 116 ໃບ, ຂັ້ນສະຫະພັນກໍາມະບານ ກະຊວງ ສຶກສາທິການແລະກິລາລວມມີ 887 ໃບ, ຂັ້ນ ສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ ລວມມີ 1423 ໃບ, ຂັ້ນ ກໍາມະບານຮາກຖານ ຄະນະວິສະວະກໍາສາດ 1027 ໃບ.

ພ້ອມດຽວກັນນັ້ນ ໃນທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານກຳມະບານຊຸດໃໝ່ເຊິ່ງມີຜູ້ລົງສະໝັກທັງໝົດ 7 ສະຫາຍເພື່ອຄັດເອົາ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກປະກົດວ່າໃນທີ່ປະຊຸມໄດ້ຕົກລົງເຫັນດີໃຫ້ ສະຫາຍ ປອ. ໄຊທະວີ ຫຼວງວິໄລ ເປັນປະທານ, ສະຫາຍ ນາງ ອຳພອນ ສີສຸນົນ ເປັນຮອງ, ສະຫາຍ ປອ. ແສງເພັດ ແກ້ວກາງດົງ ເປັນປະທານກວດກາ, ສ່ວນ ສະຫາຍ  ສຸກສະໄໝ ອິນສານແກ້ວວິໄລ ແລະ ສະຫາຍ ອານຸສອນ ອຸໄທລັດສະດີ ເປັນຄະນະ.

ນອກນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ. ປອ. ບຸນທອນ ສຸຂະວົງ ເຊິ່ງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຄະນະບໍລິຫານ ກຳມະບານຮາກຖານ ຄວສ ໄດ້ປະຕິບັດຜ່ານມາບໍ່ວ່າຈະເປັນການຂະຫຍາຍສະມາຊິກ, ການປະຕິບັດໄດ້ຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະເອົາໃຈໃສ່ເບິ່ງແຍງສະມາຊິກກຳມະບານຢ່າງໃກ້ຊິດຕິດແທດ.

ພາບບັນຍາກາດ