Select your language

ຄສຄ ຈັດກອງປະຊຸມເຜີຍແຜ່ຫຼັກສູດປັບປຸງໃໝ່ຂອງພາກວິຊາສັງຄົມສົງເຄາະ ແລະການພັດທະນາ

ໃນຕອນບ່າຍຂອງວັນທີ 7 ມີນາ 2024 ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ(ມຊ) ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ(ຄສຄ) ມຊ ໄດ້ຈັດກອງປະຊຸມເຜີຍແຜ່ຫຼັກສູດປັບປຸງໃໝ່, ໂດຍການເປັນປະທານ ຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ນາງ Amaraa Dorjsambuu ຮອງຜູ້ຕາງໜ້າຈາກອົງການ UNICEF ປະຈຳ ສປປ ລາວ, ມີບັນດາ ທ່ານ ຮອງຄະນະບໍດີ, ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າ ແລະຮອງພະແນກ, ຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ອົງການສາກົນ, ອົງການຈັດຕັ້ງທາງສັງຄົມ, ສະມາຄົມ, ສູນ  ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ນັກສຶກສາປີທີ 4 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາເຂົ້າຮ່ວມ.

ໃນກອງປະຊຸມໄດ້ເຜີຍແຜ່ຜົນການປະເມີນຫຼັກສູດ, ເນື້ອໃນຂອງຫຼັກສູດໃໝ່ ຄື ຫຼັກສູດສັງຄົມສົງເຄາະ ແລະ ການພັດທະນາ ແລະ ຫຼັກສູດພັດທະນາຊຸມຊົນ ແລະ ຊົນນະບົດ; ເຊິ່ງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ໄດ້ສ້າງຕັ້ງຂຶ້ນໃນປີ 2010, ໄດ້ດຳເນີນການຮຽນ-ການສອນ, ໄດ້ສ້າງບຸກຄະລາກອນສູ່ສັງຄົມຈຳນວນຫຼາຍ.  ເພື່ອພັດທະນາຫຼັກສູດໃຫ້ແທດເໝາະກັບເງື່ອນໄຂຕົວຈິງໃນປະຈຸບັນ ແລະ ເພື່ອໃຫ້ເປັນໄປຕາມລະບຽບການຂອງ ມຊ ກໍຄືຂອງກະຊວງສຶກສາທິການ ແລະ ກີລາວາງອອກ ຈຶ່ງໄດ້ມີການປັບປຸງຫຼັກສູດສັງຄົມສົງເຄາະ ໃນປີ 2020 ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊບ ແລະ ຫຼັກສູດພັດທະນາຊຸມຊົນ ແລະ ຊົນນະບົດ ກໍໄດ້ປັບປຸງເຊັ່ນດຽວກັນ ເຊິ່ງທັງສອງຫຼັກສູດໄດ້ຮັບການປັບປຸງສຳເລັດ ແລະ ໄດ້ຮັບການອະນຸມັດຈາກລັດຖະມົນຕີ ກະຊວງສຶກສາ ແລະ ກີລາ ໃນປີ 2024, ນອກຈາກນັ້ນໃນກອງປະຊຸມ ຍັງໄດ້ສົນທະນາ-ແລກປ່ຽນຄໍາຄິດເຫັນ ຈາກຜູ້ເຂົ້າຮ່ວມ ກ່ຽວກັບຂະບວນການຈັດສົ່ງ, ການປະສານງານ, ການປະເມີນນັກສຶກສາເຝິກງານ ແລະ ການຮັບນັກສຶກສາເຝິກງານ ເຊິ່ງລ້ວນເປັນຂໍ້ມູນທີ່ເປັນປະໂຫຍດໃນຮ່ວມມືພັດທະນາວິຊາການໃນອານະຄົດ.

ພາບບັນຍາກາດ