Select your language

ງານຕະຫຼາດນັດ ນັກສຶກສາ ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 18 ມີນາ 2024 ທີ່ ລານຈອດລົດ ຂ້າງຕຶກສໍານັກງານ ອະທິການບໍດີ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີທ່ານ ຄຳພັນ ພົມມະຈັນ ຮອງຄະນະບໍດີ ຄສບ, ມີບັນດາແຂກຖືກເຊີນ, ຫົວໜ້າ ແລະຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວຄະນະເຂົ້າຮ່ວມ.
         ໃນພິທີ ທ່ານ ນາງ ພອນເພັດ ມີແພງລາວັນ ຫົວໜ້າພາກວິຊາບໍລິຫານທຸລະກິດ ໄດ້ຂຶ້ນກ່າວຈຸດປະສົງຂອງງານດັ່ງກ່າວວ່າ: ງານຕະຫຼາດນັດສຶກສາເປັນໜຶ່ງ ໃນກິດຈະກຳທີ່ໃຫ້ນັກສຶກສາໄດ້ນຳໃຊ້ຄວາມຮູ້ທີ່ຮຽນຈາກຫ້ອງຮຽນ ສູ່ການປະຕິບັດຕົວຈິງ; ເຊິ່ງນັກສຶກສາທີ່ເຂົ້າຮ່ວມເປີດຮ້ານວາງຂາຍສິນຄ້າໃນປີນີ້ ແມ່ນນັກສຶກສາປີທີ 3 ຈາກ 5 ພາກວິຊາ (ພາກວິຊາ ບໍລິຫານທຸລະກິດ, ພາກວິຊາການຄ້າ, ພາກວິຊາເສດຖະສາດ, ພາກວິຊາ ບັນຊີ, ພາກວິຊາການເງິນ ແລະການທະນາຄານ) ມີທັງໝົດ 29 ຮ້ານ, ເຊິ່ງແຕ່ລະຮ້ານແມ່ນຂາຍສິນຄ້າປະເພດເຄື່ອງໃຊ້, ອາຫານ, ເຄື່ອງດື່ມ ແລະອື່ນໆ ພ້ອມນັ້ນ ຍັງມີການໃຫ້ຄະແນນ ຮ້ານຄ້າເລື່ອງການບໍລິການ, ຜະລິດຕະພັນ, ການເຮັດວຽກເປັນທີມ ແລະຄວາມຄິດສາ້ງສັນ ເຊິ່ງຄະນະຮັບຜິດຊອບ ໄດ້ມີລາງວັນ ໃຫ້ຮ້ານຄ້າທີ່ດີເດັ່ນ ເປັນ 3 ອັນດັບ ຄື ອັນດັບທີ 1-3. ສຳລັບຮູບແບບການຈັດງານໃນປີນີ້ ແມ່ນເພື່ອເປັນສົ່ງເສີມປີທ່ອງທ່ຽວລາວ, ກິດຈະກຳຈຶ່ງຈັດຂຶ້ນພາຍໃຕ້ຮູບແບບ ຢ້ອນຍຸກ-ບູຮານ ເຊິ່ງຈະໄດ້ຈັດຂຶ້ນເປັນເວລາ 5 ວັນ (18-22 ມີນາ 2024) ຈຶ່ງຈະໄດ້ປິດລົງ.

ພາບບັນຍາກາດ