Select your language

ໃນຕອນບ່າຍ ວັນທີ 19 ມີນາ 2024 ຜ່ານມາ, ຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ ຄະນະພັກຮາກຖານຄັ້ງທີ VI ຂອງຕົນຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ຮສ. ປອ. ອຸດົມ ພອນຄຳເພັງ ຄະນະປະຈຳພັກ ກະຊວງສຶກສາທິການ ແລະກີລາ, ເລຂາອົງຄະນະພັກ ມຊ, ມີສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະປະຈຳພັກ, ຮອງອະທິການບໍດີ ມຊ, ເລຂາຄະນະພັກຮາກຖານ ຄສຄ ມຊ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກທີ່ຂຶ້ນກັບຮາກຖານ ຄສຄ ແລະສະມາຊິກພັກ ເຂົ້າຮ່ວມ.

          ໃນພິທີ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ຂຶ້ນຜ່ານບົດສະຫຼຸບການເມືອງຂອງຄະນະພັກ ຄສຄ ຄັ້ງທີ VI, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານເຊັ່ນ: ດ້ານການເມືອງ ແນວຄິດ ເຫັນວ່າສະມາຊິກພັກ ມີແນວຄິດອູ່ນອ່ຽງທຸ່ນທ່ຽງ ເຮັດລ້ອນໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ, ຄວາມສາມັກຄີ ພາຍໃນໜ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນບາງໜ້າທີ່ທີ່ບໍ່ທ່ວງທັນ; ວຽກງານດ້ານວິຊາການໄດ້ສຳເລັດການປັບປຸງຫຼັກສູດການຮຽນ-ການສອນ ໃນພາກວິຊາ ສັງຄົມສົງເຄາະ ແລະການພັດທະນາ, ຈັດຕັ້ງການຮຽນ-ການສອນຢ່າງເປັນປົກກະຕິ, ເປີດການຮຽນ-ການສອນຫຼັກສູດລະກັບປະລິຍາເອກ 1 ສາຂາ ແລະອື່ນໆ;

        ໃນພິທີຍັງໄດ້ມີການປ່ອນບັດຄັດເລືອກ ຄະນະພັກຊຸດໃໝ່, ເຊິ່ງມີີຜຸູ້ສະໝັກທັງໝົດ 8 ສະຫາຍ ເລືອກ ເອົາ 5 ສະຫາຍ; ຜ່ານການຕົກລົງເຫັນດີໃນກອງປະຊຸມຄັ້ງປະຖົມມະລຶກໃນທີ່ປະຊຸມ ໄດ້ເຫັນດີເລືອກ ສະຫາຍ ຮສ. ປອ. ນາງ ສົມຄິດ ບູລິດຳ ເປັນເລຂາຄະນະພັກຮາກຖານ, ສະຫາຍ ອຈ.ປອ. ສາຍໃຈ ສີລາເດດ ເປັນຮອງເລຂາ, ສະຫາຍ ນາງ ທຳ ນັນທະວົງສາ ເປັນປະທານກວດກາ, ສະຫາຍ ສີສະຫວາດ ໂສມມະລັດ  ແລະສະຫາຍ ນາງ ຈັນທະຈອນ ສິງຫາລາດ ເປັນຄະນະ ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ຕົກລົງເຫັນດີໃຫ້ ສະຫາຍ ລຳວຽງ ພົງສະຫວັດ ຮັບໜ້າທີ່ຊ່ວຍວຽກກວດກາ ຕື່ມອີກ.

            ຈາກນັ້ນ ໃນທີ່ປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ  ຮສ. ປອ. ອຸດົມ ພອນຄຳເພັງ ເຊິ່ງສະຫາຍໄດ້ເນັ້ນໃຫ້ພະນັກງານ-ສະມາຊິກພັກ ທູກສະຫາຍ ມີສະຕິຮັບມືກັບການປ່ຽນແປງໃນສະພາບການປັດຈຸບັນ ແລະໃຫ້ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ພ້ອມຕັ້ງໜ້າສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດ, ພັດທະນາວຽກງານວິຊາການ, ການຮຽນ-ການສອນ ຢ່າງເປັນປົກະຕິ, ພ້ອມກັນຕ້ານ ແລະສະກັດກັ້ນບັນຫາຫຍໍ້ທໍ້ຂອງສັງຄົມ ຕໍ່ກັບໄວໜຸ່ມ, ນັກສຶກສາ ເປັນຕົ້ນບັນຫາຢາເສບຕິດ, ການພະນັນ ແລະອື່ນໆ.

ພາບບັນຍາກາດ