Select your language

ໃນຕອນເຊົ້າວັນທີ 19 ມີນາ 2024 ຜ່ານມາ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມ ສ້າງຄວາມເຂັ້ມແຂງດ້ານວິຊາການຂອງຫໍສະໝຸດ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ແລະ ທ່ານ ນາງ ສີພາ ພົງສະຫວັດ ຜູ້ອຳນວຍການຫໍສະໝຸດກາງ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

          ການສ້າງຄວາມເຂັ້ມແຂງໃຫ້ວຽກງານຫໍສະໝຸດກາງ ແມ່ນເພື່ອເປັນສື່ກາງຂອງການປະສານງານກ່ຽວກັບການອອກບັນນານຸກົມ (ປະຫວັດປື້ມ) ແລະເລກມາດຕະຖານສາກົນ (ISBN) ໃຫ້ສື່ສິ່ງພີມຂອງບັນດາອາຈານ, ນັກຄົ້ນຄວ້າ ແລະນັກສຶກສາ ຂອງ ມຊ; ພ້ອມທັງເປັນການນຳສະເໜີ ເຄື່ອຂ່າຍການຮ່ວມມືຂອງຫໍສະໝຸດກາງ ມຊ ກັບ 13 ຄະນະວິຊາ ໃນການຕອບສະໜອງແຫຼງຂໍ້ມູນ, ຂ່າວສານ ເພື່ອປະກອບເຂົ້າໃນການຮຽນ-ການສອນ ແລະການສຶກສາ-ຄົ້ນຄວ້າ ໂດຍການຫັນໄປສູ່ຄວາມເປັນມາດຖານ ເພື່ອການບໍລິການທີ່ທັນສະໄໝ (ໂດຍຜ່ານການນຳໃຊ້ຂໍ້ມູນຮ່ວມກັນທາງອອນລາຍ).

          ພ້ອມດຽວກັນ, ໃນທີ່ປະຊຸມ ຍັງໄດ້ຮັບຟັງການນຳສະເໜີຂອງທ່ານ ນາງ ສີພາ ພົງສະຫວັດ ໃນຫົວຂໍ້ “ການມີສ່ວນຮ່ວມ ທາງວິຊາການ ນການບໍລິການບັນນານຸກົມ ແລະເລກມາດຕະຖານສາກົນລະຫວ່າງ, ຫ້ອງການ, ສູນ, ສະຖາບັນ ແລະ ຄະນະວິຊາທີ່ຂຶ້ນກັບ ມຊ” ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມໄດ້ເຂົ້າໃຈກ່ຽວກັບການຈົດທະບຽນສື່ສິ່ງພີມ ໂດຍສະເພາະກໍແມ່ນຜົນງານການຂຽນບໍ່ວ່າຈະເປັນບົດຄົ້ນຄວ້າ, ຕຳລາຮຽນ ຫຼື ປື້້ມຕ່າງໆທີ່ເປັນພູມປັນຍາຂອງຄູ-ອາຈານ ແລະນັກສຶກສາ ມຊ ແລະເພື່ອສະດວກສະບາຍໃນການຈັດເກັບຖານຂໍ້ມູນອີກດ້ວຍ.

ພາບບັນຍາກາດ