Select your language

ໃນຕອນບ່າຍວັນ 19 ມີນາ 2024 ຜ່ານມາ, ສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານກວດກາ ຂອງສະຫະພັນກຳມະບານ ມຊ ແລະ ສະຫຼຸບວຽກງານ-ຍ້ອງຍໍ ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ; ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ຮສ. ປອ. ສິນທະວອນ  ດາລາວົງ ຄະນະປະຈໍາພັກ, ຮອງອະທິການບໍດີ, ຜູ້ຊີ້ນໍາວຽກງານ ສາມອົງການຈັດຕັ້ງມະຫາຊົນ ມຊ, ສະຫາຍ ສິງທອງ ສີສະຫວັດ ຮອງປະທານ ສະຫະພັນກໍາມະບານກະຊວງສຶກສາທິການ ແລະ ກີລາ ແລະສະຫາຍ ຮສ ປອ ບຸນທອນ ສຸຂະວົງ ຮອງປະທານ ສະຫະພັນກໍາມະບານກະຊວງສຶກສາທິການ ແລະ ກີລາ , ປະທານຄະນະບໍລິຫານງານສະຫະພັນກໍາມະບານ ມຊ, ມີບັນດາສະຫາຍ ຄະນະບໍລິຫານງານສະຫະພັນກຳມະບານ ຮາກຖານອ້ອມຂ້າງ ແລະສະມາຊິກກຳມະບານເຂົ້າຮ່ວມ.

          ໃນພິທີ ສະຫາຍ ນາງ ຄໍາພໍ ແສງຈັນ ປະທານກວດກາຄະນະບໍລິຫານງານ ສະຫະພັນກໍາມະບານ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນການກວດກາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນການປະຕິບັດວຽກງານໃນໄລຍະຜ່ານມາວ່າ:  ໃນໄລຍະຜ່ານມາ ຄະນະບໍລິຫານງານ ສະຫະພັນກຳມະບານ ມຊ ໄດ້ລົງຕິດຕາມກວດກາ 3 ຄັ້ງຄື: ຄັ້ງທີ 1 ປີ 2021 ໄດ້ລົງຕິດຕາມກວດກາ 15 ຮາກຖານ, ຄັ້ງທີ 2 ປີ 2022 ໄດ້ຕິດຕາມກວດກາ 17 ຮາກຖານ ແລະຄັ້ງທີ 3 ລົງຕິດຕາມກວດກາ 16 ຮາກຖານ, ໂດຍຜ່ານການຕິດຕາມກວດກາເຫັນວ່າ ຫຼາຍຮາກຖານມີການພັດທະນາ-ປ່ຽນແປງທີ່ດີຂຶ້ນ ຖ້າທຽບໃສ່ໄລຍະຜ່ານມາ ເປັນຕົ້ນແມ່ນ ແບບແຜນວິທີເຮັດວຽກ, ການປະສານງານກັບຜູ້ຮັບຜິດຊອບແມ່ນໄດ້ຮັບການຮ່ວມມືເປັນຢ່າງດີ, ມີການປະຊຸມສ່ອງແສງກັບໜ່ວຍເປັນແຕ່ລະໄຕມາດ ແລະແບ່ງໜ້າທີ່ໃຫ້ ຄະນະບໍລິຫານງານແຕ່ລະຮາກຖານ ໃນການເຮັດວຽກ; ວຽກງານສະຕິຖິ ແລະການຂະຫຍາຍສະມາຊິກແມ່ນມີຫຼາຍຮາກຖານທີ່ສາມາດເຮັດຕາມເວລາທີ່ທາງຂັ້ນເທິງໄດ້ກຳນົດຄື: ໃນ 1 ປີຜ່ານມາ ມີການຮັບສະມາຊິກໃໝ່ 2 ຄັ້ງ; ຫຼາຍຮາກຖານມີການເອົາໃຈໃສ່ເບິ່ງແຍງສະມາຊິກກຳມະບານ ໂດຍສະເພາະແມ່ນສິດ-ຜົນປະໂຫຍດ ແລະນະໂຍບາຍຕ່າງໆໃນເວລາ ເຈັບເປັນ, ແຕ່ງງານ, ເກີດລູກ, ຜ່າຕັດ ແລະສະມາຊິກທີ່ເສຍຊິວິດ; ດຳເນີນວຽກງານປັບປຸງການຈັດຕັ້ງໜ່ວຍ ແລະຮາກຖານ ຄຽງຄູ່ກັບການປັບປຸງແກ້ໄຂ້ບາງບັນຫາທີ່ຍັງຄົງຄ້າງ.

          ຈາກນັ້ນ ໃນພິທີ ສະຫາຍ ຄຳປັນ ສູນທະລາວົງ ຄະນະບໍລິຫານງານສະຫະພັນກໍາມະບານ ມຊ ກໍໄດ້ຜ່ານບົດສະຫຼຸບວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ຂອງສະຫະພັນ ກຳມະບານ ມຊ ຊຶ່ງປັດຈຸບັນ ຄະນະບໍລິຫານງານ ສະຫະພັນກຳມະບານ ມຊ ມີທັງໝົດ 18 ສະຫາຍ, ຍິງ 5 ສະຫາຍ; ມີ 17 ຮາກຖານ  ປະກອບມີ 13 ຮາກຖານຄະນະວິຊາ, 2 ຮາກຖານສະຖາບັນ, 1 ຮາກຖານໂຮງຮຽນສາມັນ ແລະ 1 ຮາກຖານສຳນັກງານອະທິການບໍດີ, ມີ 98 ໜ່ວຍ, ມີສະມາຊິກກຳມະບານທັງໝົດ 6,542 ຄົນ, ຍິງ 3,458 ຄົນ; ເປັນພະນັກງານ 1,753 ຄົນ, ຍິງ 824 ຄົນ, ເປັນນັກສຶກສາ 4,799 ຄົນ, ຍິງ 2,634 ຄົນ. ເຊິ່ງຜ່ານການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນຂໍ້ແຂ່ງຂັນທີ 1. ເປັນເຈົ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງ-ແນວຄິດ ແມ່ນສາມາດປະເມີນໄດ້ 90%;  2. ເປັນເຈົ້າການໃນການປະຕິບັດກົດໝາຍ ແລະລະບຽບການຂອງລັດ ປະເມີນໄດ້ 90%; 3. ເປັນເຈົ້າການໃນການພັດທະນາຕົນເອງ ສາມາດປະເມີນໄດ້ 90%; 4. ເປັນເຈົ້າການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ປະເມີນໄດ້ 98%; 5. ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ ແມ່ນສາມາດປະເມີນໄດ້ 95%.  

ພາບບັນຍາກາດ