Select your language

ໃນຕອນບ່າຍ ຂອງວັນທີ 22 ມີນາ 2024 ຜ່ານມານີ້, ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີ ປາຖະກະຖາ ຫວນຄືນມູນເຊື້ອວັນສຳຄັນຂອງຊາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955 - ວັນທີ 22 ມີນາ 2024) ແລະວັນສ້າງຕັ້ງ ຄນລ ຄົບຮອບ 38 ປີ (ວັນທີ 23 ມີນາ 1986 - ວັນທີ 23 ມີນາ 2024) ທີ່ຫ້ອງປະຊຸມຂອງຄະນະ, ໂດຍການປາຖະກະຖາຂອງທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະປະຈຳພັກ ມຊ, ເລຂາຄະນະພັກຮາກຖານ, ຄະນະບໍດີ ຄນລ ແລະ ທ່ານ ຮສ. ປອ. ກຽດ ກຽດຕິສັກ ອະດີດຮອງລັດຖະມົນຕີ ກະຊວງຍຸຕິທຳ, ອະດີດຜູ້ອຳນວຍການໂຮງຮຽນກົດໝາຍຜູ້ທຳອິດ, ມີບັນດາ ຮອງຄະນະບໍດີ, ຫົວໜ້າພາກ-ຮອງພາກວິຊາ, ຫົວໜ້າພະແນກ-ຮອງພະແນກ,ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງ.

         ໃນພິທີ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ໄດ້ເລົ່າຄືນມູນເຊື້ອ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໂດຍທ່ານໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ຂອງພັກປະຊາຊົນ ປະຕິວັດລາວ ທ່ານ ກ່າວບາງຕອນວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນອົງການຈັດຕັ້ງ ເສນາທິການ ທາງການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ,​ ລຶບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກກໍໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່. ຈຸດປະສົງ ຂອງພັກ ແມ່ນນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ,​ ສ້າງປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ພັກປະຊາຊົນ ປະຕິວັດລາວ ຖືເອົາຫຼັກມູນພື້ນຖານ ຂອງລັດທິມາກ - ເລນິນ ເປັນພື້ນຖານແຫ່ງແນວຄິດ-ທິດສະດີ ຂອງພັກ, ຖືເອົາຫຼັກການລວມສູນ ປະຊາທິປະໄຕ ຂອງພັກ,​ ນໍາພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນຫຼັກການ ຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕໍານິຕິຊົມຊຶ່ງກັນ ແລະ ກັນ ເປັນກົດເກນ ຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນ ເປັນກໍາລັງແຮງໃນການນໍາພາ ຂອງພັກ. ພັກກໍາເນີດຂຶ້ນໃນເງື່ອນໄຂທີ່ປະເທດເຮົາ ກໍຄື 3 ຊາດອິນດູຈີນ: ລາວ, ຫວຽດນາມ ແລະ ກໍາປູເຈຍ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ; ດ້ວຍນໍ້າໃຈຮັກຊາດ ແລະ ຄຽດແຄ້ນ ຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນ 3 ຊາດອິນດູຈີນ ໄດ້ລຸກຂຶ້ນຕໍ່ສູ້ຈົນກາຍເປັນກະແສຟອງທີ່ຟົດເດືອດ, ສໍາລັບ ຢູ່ປະເທດລາວ ພວກລ່າເມືອງຂຶ້ນຝຣັ່ງຍິ່ງກົດຂີ່ຂູດຮີດໜັກໜ່ວງເທົ່າໃດ, ປະຊາຊົນລາວ ກໍຍິ່ງຄຽດແຄ້ນຂຶ້ນເທົ່ານັ້ນ, ຂະບວນການຕໍ່ສູ້ຢ່າງພິລະອາດຫານ ຂອງປະຊາຊົນລາວເຜົ່າຕ່າງໆ ແຕ່ເໜືອເຖິງໃຕ້ ໄດ້ເກີດຂຶ້ຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ຂະບວນການຕໍ່ສູ້ ຊຶ່ງນໍາພາໂດຍອົງແກ້ວ - ອົງກົມມະດໍາ, ຂະບວນການຕໍ່ສູ້ ນໍາພາໂດຍພໍ່ກະດວດ, ຂະບວນການຕໍ່ສູ້ ນໍາພາໂດຍເຈົ້າຟ້າປັດໃຈ, ຂະບວນການຕໍ່ສູ້ ຂອງນາຍຄູຄໍາ ແລະ ອື່ນໆ, ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນລ້ວນແຕ່ຖືກປາບປາມ ແລະ ປະລາໄຊ ຍ້ອນຫຼາຍສາເຫດ, ແຕ່ສາເຫດສໍາຄັນ ແລະ ເປັນປັດໄຈຕັດສິນ ແມ່ນຍ້ອນບໍ່ມີການຈັດຕັ້ງພັກ ທີ່ຖືລັດທິມາກ - ເລນິນ ຊີ້ນໍາ-ນໍາພາ.        

         ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1930,​ ອິດທິພົນ ຂອງພັກກອມມູນິດອິນດູຈີນ ໄດ້ຂະຫຍາຍຕົວແຮງ,  ການເຄື່ອນໄຫວປະຕິວັດ ຂອງມະຫາຊົນ ຢູ່ 3 ປະເທດອິນດູຈີນ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ, ໃນປີ 1934 ຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ຂະບວນການຕໍ່ສູ້ ຂອງປະຊາຊົນລາວ ກໍສາມາດຍາດໄດ້ ໄຊຊະນະຢ່າງຕໍ່ເນື່ອງ. ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ ໂດຍສະເພາະອົງຄະນະພັກແຄວ້ນລາວ ປະຊາຊົນລາວ ສາມາດຢຶດອໍານາດການປົກຄອງ ໃນວັນທີ 23 ສິງຫາ 1945 ແລະ ໄດ້ປະກາດເອກະລາດໃນວັນທີ 12 ຕຸລາ 1945; ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການປະຕິວັດ ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ໃນປີ 1951, ກອງປະຊຸມໄດ້ຕົກລົງໃຫ້ສ້າງຕັ້ງພັກປະຕິວັດຂຶ້ນໃນແຕ່ລະປະເທດ, ພາຍຫຼັງຫ້າງຫາກະກຽມໄດ້ໄລຍະໜຶ່ງມາເຖິງ ວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ທົ່ວປະເທດກໍໄດ້ເປີດຂຶ້ນ, ກອງປະຊຸມໄດ້ເປັນເອກະພາບໃສ່ຊື່ພັກວ່າ “ພັກປະຊາຊົນລາວ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່.

          ທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ ແມ່ນເປັນຕົວແທນທີ່ຈົງຮັກພັກດີ ຕໍ່ສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວ ທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແນວຄິດ, ທິດສະດີ ຂອງພັກ. ການເນັ້ນກ່ຽວກັບການເປັນຕົວແທນທີ່ຈົງຮັກພັກດີ ຕໍ່ປະໂຫຍດ ຂອງຊົນຊັ້ນກໍາມະກອນນັ້ນ ແມ່ນເພື່ອສະແດງອອກໃຫ້ເຫັນທາດແທ້ ກໍຄື ເຈດຈໍານົງອັນສູງສົ່ງ ຂອງພັກເຮົາ ຊຶ່ງເວລາໃດກໍຖືເປັນພັກ ຂອງຊົນຊັ້ນກໍາມະກອນ,​ ເວລາໃດກໍຖືຜົນປະໂຫຍດ ຂອງຊາດເປັນກົກ ແລະ ເໜືອກວ່າຜົນປະໂຫຍດ ຂອງພັກເອງ, ຖືບັນຫາຊາດ ແລະ ຜົນປະໂຫຍດອັນສູງສົ່ງ ຂອງຊາດສູງກວ່າບັນຫາຊົນຊັ້ນ ແລະ ຜົນປະໂຫຍດ ຂອງຊົນຊັ້ນ.

          ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາຊົນ ປະຕິວັດລາວ ໄດ້ກໍານົດອຸດົມການ ຂອງຕົນຢ່າງຈະແຈ້ງຄື: ນໍາພາປວງຊົນລາວດໍາເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ. ປັດຈຸບັນ ພັກເຮົາໄດ້ເສີມຂະຫຍາຍອຸດົມການໃຫ້ ມີຄວາມສອດຄ່ອງຕື່ມອີກຄື: ສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫຼັກການ ຂອງພັກ, ນໍາພາທົ່ວປວງຊົນລາວທັງຊາດ ປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ; ສ້າງການຫັນປ່ຽນທີ່ແຂງແຮງ,​ ເລິກເຊິ່ງ ແລະ ຮອບດ້ານໃຫ້ແກ່ການບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

          ຈາກນັ້ນ ໃນພິທີ ໄດ້ຮັບຟັງການເລົ່າຄືນມູນເຊື້ອການສ້າງຕັ້ງ ຄນລ ຄົບຮອບ 38 ປີ (23 ມີນາ 1986 – 23 ມີນາ 2024) ໂດຍທ່ານ ສຈ. ປອ. ເກດ ກຽດຕິສັກ ເຊິ່ງທ່ານໄດ້ເລົ່າຄືນປະຫວັດການສ້າງຕັ້ງໂຮງຮຽນກົດຫມາຍຄັ້ງທຳອິດ ໃນປີ 1986 ໃນເບື້ອງຕົ້ນ ແມ່ນໂຮງຮຽນກົດໝາຍຊັ້ນກາງດອນນົກຄຸ້ມ ຫຼັງຈາກນັ້ນ ກໍໄດ້ມີການປັບປຸງດ້ານຫຼັກສູດການຮຽນ-ການສອນ ລວມເຖິງກົງຈັກການຈັດຕັ້ງ ແລະໄດ້ສົ່ງພະນັກງານຫຼັກແຫຼງໄປຍົກລະດັບໃນຕ່າງປະເທດຫຼາຍຄົນ ກ່ອນຈະຮວມເຂົ້າເປັນ 1 ໃນຄະນະວິຊາ ຂອງ ມຊ ໃນວັນທີ 5 ພະຈິກ 1996 ແລ້ວປ່ຽນຊື່ມາເປັນ ຄະນະນິຕິສາດ ແລະລັດຖະສາດ (ຄນລ) ຕັ້ງຢູ່ວິທະຍາເຂດດອນນົກຄຸ້ມ. ພ້ອມທັງ ດຳເນີນການຮຽນ-ການສອນ ໃນຫຼັກສູດກົດໝາຍ ແລະການພົວພັນສາກົນ ເຊິ່ງສາມາດສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ອອກມາຮັບໃຊ້ສັງຄົມໄດ້ຫຼາຍພັນຄົນ ນັບແຕ່ອະດີດຈົນຮອດປັດຈຸບັນ; ດຳເນີນຫຼັກສູດການຮຽນ-ການສອນ ທັງໝົດ 13 ຫຼັກສູດ ໃນນັ້ນ ມີຫຼັກສູດປະລິນຍາຕີ 5 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 4 ຫຼັກສູດ ແລະຫຼັກສູດປະລິນຍາໂທ 4 ຫຼັກສູດ ໃນ 5 ພາກວິຊາຄື: ພາກວິຊາກົດໝາຍແພ່ງ, ພາກວິຊາກົດໝາຍອາຍາ, ພາກວິຊາກົດໝາຍທຸລະກິດ, ພາກວິຊາລັດຖະສາດ ແລະພາກວິຊາພົວພັນສາກົນ.

ພາບບັນຍາກາດ