Select your language

  ໃນຕອນບ່າຍຂອງວັນທີ 04 ພຶດສະພາ 2022 ຢູ່ທີ່ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງກິລາ ຈໍານວນ 22 ຊຸດ ລວມເປັນມູນຄ່າ ທັງໝົດ 2,100,000 ກີບ (ສອງລ້ານໜຶ່ງແສນກີບ) ຈາກບໍລິສັດລາວແທັກຊີ ເຊີວິດຈໍາກັດຜູ້ດຽວ ໃຫ້ກັບທີມບານເຕະ ຂອງສະໂມສອນອາຄາເດມີ ມະຫາວິທະຍາໄລແຫ່ງຊາດ.

 

       ໃນການປະກອບສ່ວນອຸປະຖໍາເຄື່ອງກິລາໃນຄັ້ງນີ້ ຕາງໜ້າຂຶ້ນກ່າວມອບເຄື່ອງໃຫ້ກັບທາງບໍລິສັດລາວແທັກຊີ ເຊີວິດຈໍາກັດຜູ້ດຽວ ໂດຍທ່ານ ຄໍາພຸດ ພົງພັດ ແລະຕາງໜ້າຂຶ້ນກ່າວຮັບເຄື່ອງກິລາໂດຍ ທ່ານ ເປີ້ນ ອິນທະໜໍ່ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ.