Select your language

    ໃນຕອນເຊົ້າ ວັນທີ 3 ພຶດສະພາ 2022 ນີ້, ທີ່ຫ້ອງຮັບແຂກ ຕຶກສໍານັກງານອະທິການບໍດີ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການມາຢ້ຽມຢາມ ຂອງທ່ານ Sam Maeng ປະທານສະມາຄົມການແລກປ່ຽນຮ່ວມມື ດ້ານວັດທະນະທຳ ແລະການຄ້າ ລາວ-ເກົາຫຼີ.

 

           ໂອກາດນີ້ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການມາຢ້ຽມຢາມ, ຂະນະດຽວກັນທັງສອງຝ່າຍ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ ຂອງມະຫາວິທະຍາໄລຂອງຕົນໃຫ້ກັນ ແລະກັນຮັບຊາບ. ພ້ອມທັງໄດ້ເປິກສາຫາລືກ່ຽວກັບ ການຮ່ວມມື ແລກປ່ຽນທາງດ້ານວັດທະນະທຳ ຂອງສອງປະເທດ ລາວ-ເກົາຫຼີ ໃນໂຄງການ Korea-Laos Industrial and Cultural Exchange Association (KLICEA) ຊຶ່ງໄດ້ລະບຸເຖິງການຈະຮ່ວມສ້າງສະຖານການສຶກສາທີ່ຕິດພັນກັບການສົ່ງເສີມລະບົບການສຶກສາ ຜ່ານລະບົບອອນລາຍ ໃນ ສປປ ລາວ, ສະບັບລົງວັນທີ 28 ພຶດສະພາ 2021 ທີ່ຜ່ານມາ, ເຊິ່ງພາກສ່ວນຫຼັກທີ່ໄດ້ດຳເນີນການປະສານງານກ່ຽວກັບການເຊັນສັນຍາການຮ່ວມມື ສະບັບດັ່ງກ່າວນີ້ແມ່ນ ສູນຄິງເຊຈົງວຽງຈັນ ມຊ.