Select your language

ໃນຕອນເຊົ້າວັນທີ 29 ເມສາ 2022 ນີ້, ສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເຝິກອົບຮົມກ່ຽວກັບການປູກຝັງ-ລ້ຽງສັດຂຶ້ນທີ່ສະໂມສອນສະຖາບັນຂົງຂື ມຊ. ໂດຍການເປັນປະທານຂອງທ່ານ ບຸນທອນ ສຸຂະວົງ ຮອງປະທານກຳມະບານ ກະຊວງສຶກສາທິການ ແລະກີລາ, ປະທານກຳມະບານ ມຊ, ເຂົ້າຮ່ວມມີທ່ານເລຂາໜ່ວຍພັກສະຖາບັນຂົງຈື, ມີຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໝຸ່ມ ກະຊວງສຶກສາທິການ ແລະກີລາ, ຕາງໜ້າສະຫະພັນແມ່ຍິງ ມຊ, ບັນດາທ່ານແຂກທີ່ຖືກເຊີນ ແລະບັນດາຄະນະບໍລິຫານງານ ສະຫະພັນກຳມະບານ ມຊ, ຄະນະບໍລິຫານງານກຳມະບານຮາກຖານ ທັງ 17 ຮາກຖານ ພ້ອມດ້ວຍສະມາຊິກກໍາມະບານແຕ່ລະຮາກຖານທົ່ວ ມຊ. ເຂົ້າຮ່ວມຜ່ານລະບົບອອນລາຍ ຈຳນວນ 295 ທ່ານ.

 

         ຈຸດປະສົງໃນການຈັດການເຝິກອົບຮົມຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມ-ສະຫຼອງວັນສ້າງຕັ້ງພັກ ຄົບຮອບ 67 ປີ, ວັນສ້າງຕັ້ງອົງການຈັດຕັ້ງຊາວໝຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະພິເສດກໍແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນກຳມະກອນສາກົນ ຄົບຮອບ 136 ປີ(1886-2022) ໃຫ້ເປັນຂະບວນຟົບຝື້ນ.

         ໃນພິທີທ່ານ ປອ. ນາງ ພຸດທະສອນ ສີບຸນນະວົງ ຮອງຫົວໜ້າພາກວິຊາປູກຝັງ ຄະນະກະເສດສາດ ມຊ.ໄດ້ຂຶ້ນບັນຍາຍກ່ຽວກັບວິທີການປູກເຫັດເສດຖະກິດ ແລະວິທີການເພາະລ້ຽງຂີ້ກະເດືອນ ເຊິ່ງທ່ານໄດ້ໃຫ້ຂໍ້ມູນພື້ນຖານແກ່ຜູ້ເຂົ້າຮ່ວມ ເປັນຕົ້ນແມ່ນຂັ້ນຕອນການເລືອກ ແມ່ພັນ, ພໍ່ພັນ, ການເລືອກສະຖານທີ່ເໝາະສົມ, ຂັ້ນຕອນການປູກເຫັດ ແລະການບົວລະພັນຮັກສາ ລວມໄປເຖິງເຕັກນິກຕ່າງໆໃນການເພາະປູກເຫັດ ແລະລ້ຽງຂີ້ກະເດືອນໃຫ້ໄດ້ຮັບຜົນດີ. ເພື່ອໃຫ້ຜູ້ທີ່ຕ້ອງການສ້າງລາຍໄດ້ເສີມໃຫ້ແກ່ຄອບຄົວ ສາມາດນໍາເອົາເຕັກນິກວິທີການຕ່າງໆໄປໝູນໃຊ້ເຂົ້າໃນການປູກ ແລະລ້ຽງຕົວຈິງໄດ້.