Select your language

         ພິທີເຊັນສັນຍາການຮ່ວມມື (MoA) ທາງວິຊາການ ລະຫວ່າງ ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະຄະນະນິຕິສາດ ມະຫາວິທະຍາໄລມະຫາສາລະຄາມ ຣາຊະອານາຈັກໄທ ໄດ້ຈັດຕັ້ງຂຶ້ນໃນຮູບແບບການລົງນາມຜ່ານທາງອອນລາຍ (Google Meet) ໃນວັນທີ 30 ມີນາ 2022; ທີ່ຫ້ອງປະຊຸມ ຂອງຄະນະນິຕິສາດ ແລະລັດຖະສາດ ມຊ, ຝ່າຍ ມຊ ມີທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດ, ບັນດາທ່ານຮອງຄະນະບໍດີ; ຝ່າຍໄທ ມີທ່ານ ດຣ. ປຣະຍຸກ ສີວິໄລ (Assoc.Prof. Dr. Prayook Srivilai) ອະທິການບໍດີ ມະຫາວິທະຍາໄລ ມະຫາສາລະຄາມ,  ທ່ານຜູ້ຊ່ວຍສາດສະດາຈານ ພົງພັນ ບຸພະເກ (Asst. Prof. Pongpan Bupake) ຄະນະບໍດີ ຄະນະນິຕິສາດ ມະຫາວິທະຍາໄລມະຫາສາລະຄາມ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມທັງໝົດ 39 ທ່ານ.

 

          ການເຊັນສັນຍາຮ່ວມມືທາງດ້ານວິຊາການຂອງສອງຝ່າຍ ໃນຄັ້ງນີ້ ແມ່ນເພື່ອພັດທະນາ ແລະສະໜັບສະໜູນໃຫ້ເກີດການຮ່ວມມືຢ່າງຕໍ່ເນື່ອງ ເຊິ່ງເປັນການສ້າງໂອກາດໃຫ້ ບຸກຄະລາກອນຝ່າຍ ວິຊາການ, ຝ່າຍບໍລິຫານ ແລະຊ່ຽວຊານທີ່ກ່ຽວຂ້ອງ ຕະຫຼອດເຖິງນັກສຶກສາ ຂອງສອງຝ່າຍໄດ້ມີສ່ວນຮ່ວມມື ໃນການດໍາເນີນກິດຈະກໍາທີ່ກ່ຽວກັບການສຶກສາຢ່າງແທ້ຈິງ; ໂດຍສະເພາະແມ່ນ ການແລກປ່ຽນນັກສຶກສາ, ການແລກປ່ຽນບຸກຄະລາກອນ ຄູ-ອາຈານ ແລະນັກຄົ້ນຄວ້າ, ການດໍາເນີນໂຄງການຄົ້ນຄວ້າ-ວິໄຈຮ່ວມກັນ ລວມທັງການຈັດປະຊຸມວິຊາການ, ການຈັດສໍາມະນາ ແລະການແລກປ່ຽນຂໍ້ມູນຜົນງານການຄົ້ນຄວ້າ.  

        ໃນຕອນທ້າຍພິທີ ທ່ານອະທິການບໍດີ ທັງສອງຝ່າຍ ໄດ້ມີການກ່າວສະແດງຄວາມຍິນດີຕໍ່ການຮ່ວມມື ຂອງສອງຝ່າຍທີ່ຈະມີຂຶ້ນໃນອະນາຄົດອັນໃກ້, ພ້ອມທັງກ່າວຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນເຊິ່ງກັນ  ແລະກັນ.