Select your language

ສຳນັກພິມ ແລະ ຈຳໜ່າຍພາສາຕ່າງປະເທດຈີນ ຮ່ວມກັບສູນໂຄສະນາອາຊີ-ປາຊີຟິກ, ກຸ່ມການສື່ສານສາກົນຈີນ, ສຳນັກພິມ ແລະ ຈຳໜ່າຍປະຊາຊົນຟູຈ້ຽນ, ສູນຄົ້ນຄວ້າຈີນ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບປຶ້ມ ຫຼຸດພົ້ນອອກຈາກຄວາມທຸກຍາກສະບັບພາສາລາວຄັ້ງທຳອິດ ແລະ ກອງປະຊຸມສົນທະນາຊາວໜຸ່ມ ລາວ-ຈີນ ໃນວັນທີ 4 ກັນຍາ 2024 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໂດຍການໃຫ້ກຽດມອບ ຂອງທ່ານ ຕູ້ຈ້ານຢວນ ປະທານກຸ່ມການສື່ສານສາກົນຈີນ ແລະ ເປັນກຽດຮັບໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ໂດຍມີທ່ານ ຫູ ໄຄມິນ ຫົວໜ້າສຳນັກພີມ ພາສາຕ່າງປະເທດ ສປ ຈີນ, ທ່ານ ເສີນ ເວີຍເກີ້ ຫົວໜ້າຫ້ອງການ ສູນໂຄສະນາອາຊີ-ປາຊີຟິກ, ມີບັນດາທ່ານ ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ແລະນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ກ່າວວ່າ: ລັດຖະບານ ສ ປປ ລາວ ເວົ້າລວມ; ເວົ້າສະເພາະ ກໍແມ່ນ ມຊ ໄດ້ມີການພົວພັນຮ່ວມມືດ້ານວຽກງານການສຶກສາ ກັບບັນດາສະຖາບັນການສຶກສາ, ມະຫາວິທະຍາໄລຕ່າງໆ ໃນ ສປ ຈີນ ໂດຍມີການແລກປ່ຽນທາງດ້ານວິຊາການ, ການຄົ້ນຄວ້າ ແລະການຈັດກອງປະຊຸມສຳມະນາວິຊາການຮ່ວມກັນ. ສູນຄົ້ນຄວ້າຈີນ ມຊ. ກໍຖືເປັນຂົວຕໍ່ ໃນການຊຸກຍູ້ສົ່ງເສີມມິດຕະພາບ ແລະການພົວພັນຮ່ວມມືທີ່ສຳຄັນ ກັບ ສປ ຈີນ. ການມອບປຶ້ມໃນຄັ້ງນີ້, ເປັນການປະກອບສ່ວນ ແລະ ເສີມຂະຫຍາຍສາຍພົວພັນຂອງສອງປະເທດລາວ - ຈີນ,  ຊຶ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າໃຫ້ແກ່ ສ ປປ ລາວ ໄດ້ສຶກສາ ແລະ ຄົ້ນຄວ້າຕໍ່ກັບນະໂຍບາຍຂອງປະທານ ສີຈິ້ນຜິງ ໃນວຽກງານ ການແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ເປັນໝາກຜົນແຫ່ງຄວາມສໍາເລັດທີ່ຍິ່ງໃຫຍ່ຂອງ ສປ ຈີນ.

ຈໍານວນປຶ້ມທີ່ໄດ້ນໍາມາມອບໃຫ້ ມຊ ໃນຄັ້ງນີ້ມີຈຳນວນ 1,000 ຫົວ ເຊິ່ງຈະໄດ້ນໍາໄປມອບຕໍ່ໃຫ້ບັນດາ ຄະນະວິຊາ, ຫ້ອງການ, ສະຖາບັນ ແລະ ຫໍສະໝຸດກາງ ມຊ ເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ໄດ້ສຶກສາຄົ້ນຄວ້າ. ໃນໂອກາດສໍາຄັນນີ້, ຍັງໄດ້ມີການຈັດກອງປະຊຸມສົນທະນາຊາວໜຸ່ມ ລາວ-ຈີນ ໂດຍມີອາຈານ ແລະ ນັກສຶກສາ ຈາກສະຖາບັນຂົງຈື ເຂົ້າຮ່ວມໂອ້ລົມ ແລະສົນທະນາເຊິ່ງກັນ ແລະກັນໃນຫົວຂໍ້ດັ່ງກ່າວ.

ພາບບັນຍາກາດ