Select your language

ໃນວັນທີ 9 ກັນຍາ 2024 ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະປະຈຳພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ຮອງເລຂາຄະນະພັກ, ຮອງອະທິການບໍດີ ມຊ ຜູ້ຊີ້ນຳວຽກງານຊາວໜຸ່ມ ມຊ ພ້ອມດ້ວຍອົງການຈັດຕັ້ງພາຄີ ສະຫະພັນແມ່ຍິງ ແລະສະຫະພັນກຳມະບານ, ມີບັນດາແຂກຖືກເຊີນ, ຄະນະບໍລິຫານງານຊາວໜຸ່ມຮາກຖານ ແລະສະມາຊິກຊາວໜຸ່ມເຂົ້າຮ່ວມ.

ໃນທີ່ປະຊຸມ, ສະຫາຍ ສີສຸພັນ ພົມມະນີວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມຊ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຂອງຄະນະບໍລິຫານງານຊາວໜຸ່ມຄັ້ງທີ VI ໂດຍສະຫາຍໄດ້ຍົກໃຫ້ເຫັນພາບລວມ ແລະຜົນງານທີ່ພົ້ນເດັ່ນເຊັ່ນ: ຄະນະ​ຊາວໜຸ່ມ ປະຊາຊົນ​ ປະຕິວັດ​ລາວ ​ມຊ ​ແມ່ນ​ຮາກ​ຖານໜຶ່ງທີ່​ຂຶ້ນ​ກັບ​ຄະນະ​ຊາວ ໜຸ່ມກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ນຳພາ​ໂດຍ​ກົງ​ຈາກ​ຄະນະ​ພັກ​ ມຊ, ມີ​ການ​ຄົ້ນຄວ້າ​ເຊື່ອມ​ຊຶມ ​ແລະ ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ຜູ້​ແທນ​ຊາວໜຸ່ມຂັ້ນ​ເທິງ​ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຕາມ​ພາລະ​ບົດບາດ, ໜ້າທີ່ ​ແລະ ຄວາມ​ຮັບຜິດ​ຊອບ​ຂອງ​ຕົນ​ເອງ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມຊ ​ມີ​ຄະນະ​ບໍລິຫານ​ງານ​ທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ, ລວມມີ 16 ຮາກ​ຖານ,​ 1 ໜ່ວຍຮາກຖານ ປະກອບ​ມີ 98 ໜ່ວຍ 628 ຈຸ, ມີ​ຈຳນວນ ສະມາຊິກ​ຊາວໜຸ່ມທັງໝົດ 13,864 ສະຫາຍ, ຍິງ 7,457  ສະຫາຍ, ເປັນຊາວໜຸ່ມພະນັກງານ ຈຳນວນ 856 ສະຫາຍ, ຍິງ 425 ສະຫາຍ; ເປັນສະມາຊິກພັກສົມບູນ 557 ສະຫາຍ, ຍິງ 253 ສະຫາຍ; ເປັນສະມາຊິກພັກສຳຮອງ 145 ສະຫາຍ, ຍິງ 74 ສະຫາຍ, ມີ​ກອງ​ເຍົາວະ​ຊົນ 3 ກອງ ມີ​ສະມາຊິກ​ຈຳນວນ 1,137 ນ້ອງ, ຍິງ 755 ນ້ອງ; ດ້ານວຽກງານສຶກສາອົບຮົມການເມືອງແນວຄິດໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດ ເປັນບັນຫາສຳຄັນ ໂດຍຕິດພັນກັບຂະບວນການເຄື່ອນໄຫວຂອງວຽກງານຊາວໜຸ່ມ ໂດຍສະເພາະແມ່ນສະມາຊິກຊາວໜຸ່ມທີ່ເປັນນັກຮຽນ-ນັກສຶກສາໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາ, ມີຄຸນສົມບັດສິນທຳປະຕິວັດມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເລັ່ງໃສ່ສະມາຊິກໃຫ້ມີສະຕິຕໍ່ການຈັດຕັ້ງ, ມີຄວາມຫ້າວຫັນ ແລະ ມີຄວາມຕື່ນຕົວສູງເພຶ່ອສະໝັກເຂົ້າຮ່ວມຂະບວນການສໍາຄັນຕ່າງໆຂອງຊາດ; ດ້ານວຽກງານວິຊາສະເພາະເປັນວຽກງານໃຈກາງທີ່ສຳຄັນໂດຍເສີມຂະຫຍາຍບົດບາດການນຳພາໃນຖັນແຖວຊາວໜຸ່ມພະນັກງານ, ຄູ - ອາຈານ, ນັກຮຽນນັກສຶກສາ ເຊິ່ງມັນສະແດງອອກໃນການເອົາໃຈໃສ່ສຶກສາຄົ້ນຄວ້າ, ການຮຽນ - ການສອນຢ່າງເປັນປົກກະຕິ, ການຍົກລະດັບຄວາມຮູ້-ຄວາມສາມາດ ໃນດ້ານຕ່າງໆ; ຄະນະຊາວໜຸ່ມແຕ່ລະຂັ້ນໄດ້ຖືເອົາວຽກງານປຸກລະດົມຂະບວນການ ເປັນພາລະບົດບາດຕົ້ນຕໍໃນການເຄື່ອນໄຫວວຽກງານຂອງຕົນ. ເຊິ່ງໄລຍະ 5 ປີ ຜ່ານມາໄດ້ຈັດຕັ້ງປະຕິບັດຂະບວນການຢ່າງເປັນຂະບວນຟົດຟື້ນ, ຫ້າວຫັນໂດຍສະເພາະຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ໃນນີ້, ໄດ້ສຳເລັດໃນການເປີດຂະບວນການແຂ່ງຂັນ 4 ບຸກ ຂັ້ນຮາກຖານ ຈໍານວນ 13 ຮາກຖານ, 114 ໜ່ວຍ, ໄດ້ເອົາໃຈໃສ່ຊີ້ນຳນຳພາສະມາຊິກຊາວໜຸ່ມໃຫ້ເອົາໃຈໃສ່ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ເປັນຕົ້ນ.

ໃນພິທີສໍາຄັນນີ້, ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງກ່ອນອື່ນສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານຕ່າງໆ ທີ່ຄະນະບໍລິຫານຊາວໜຸ່ມ ມຊ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທ່າມການສະພາບການໃນປັດຈຸບັນ ທີ່ມີສິ່ງທ້າທາຍຫຼາຍຢ່າງ ແຕ່ຄະນະບໍລິຫານງານຊາວໜຸ່ມ ມຊ ກໍໄດ້ສຸມທຸກກຳລັງແຮງ ແລະສະຕິປັນຍາເຂົ້າໃນການພັດທະນາ ແລະສ້າງຂະບວນການຊາວໜຸ່ມໃຫ້ມີຄວາມຟົດຟື້ນ ໂດຍສະແດງອອກຜ່ານກິດຈະກຳຕ່າງໆທັງພາຍໃນ ແລະຕ່າງແຂວງ ແລະບັນດາການຍ້ອງຍໍແຕ່ລະຂັ້ນທີ່ຍາດມາໄດ້.

ຈາກນັ້ນ, ທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກ ຄະນະບໍລິຫານຊາວໜຸ່ມ ມຊ ຊຸດໃໝ່ໂດຍມີຜູ້ລົງສະໝັກທັງໝົດ 26 ສະຫາຍ ຄັດເລືອກເອົາ 19 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມຄັ້ງປະຖົມມະເລິກທີ່ປະຊຸມໄດ້ເຫັນດີເປັນກະພາບເລືອກເອົາ 7 ສະຫາຍ ເປັນຄະນະປະຈຳໂດຍມີ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ເປັນເລຂາ, ສະຫາຍ ໜູເບ ທິບພົນເລືອງ ເປັນຮອງເລຂາ, ສະຫາຍ ນາງ ນີວັນ ສາຍນາວົງ ເປັນຮອງເລຂາ, ສະຫາຍ ນາງ ສາຍຄີມ ສີຫາວົງ ເປັນປະທານກວດກາ, ສະຫາຍ ມາລາວັນ ຈິດຕະວົງ ເປັນຄະນະປະຈຳ, ສະຫາຍ ບຸນຖ້າຍ ຄັດທະວົງ ເປັນຄະນະປະຈຳ, ສະຫາຍ ນາງ ຈິດຕະນາ ພົມພິລາ ເປັນຄະນະປະຈຳ ແລະອີກ 10 ສະຫາຍເປັນຄະນະບໍລິຫານງານ, ພ້ອມນັ້ນ ທີ່ປະຊຸມຍັງໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ນາງ ຈິດນາວັນ ພອນຄຳມາ ແລະສະຫາຍ ປອ. ໃຈລາສີ ຍໍພັນໄຊ ເປັນຮອງປະທານກວດກາ.

ພາບບັນຍາກາດ