Select your language

ພີທີເປີດສະມາຄົມ ຄະນິດສາດລາວໄດ້ຈັດຂຶ້ນໃນວັນທີ 14 ກັນຍາ 2024 ທີ່ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ສົມກຽດ ພະສີ ຮອງລັດຖະມົນຕີ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີທ່ານຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າພາກວິຊາ-ຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄວທ ເຂົ້າຮ່ວມ.

ໃນພິທີ, ທ່ານ ຮສ. ສັກມອນ ສີຣິສັກ ອະດີດຮອງຄະນະບໍດີ ຄວທ, ປະທານ ສະມາຄົມ ຄະນິດສາດລາວ ໄດ້ຂຶ້ນລາຍງານປະຫວັດຄວາມເປັນມາຂອງການສ້າງຕັ້ງ ສະມາຄົມຄະນິດສາດລາວ ໂດຍທ່ານໃຫ້ຮູ້ວ່າ: ໃນປັດຈຸບັນສັງເກດເຫັນວ່າ ສະມາຄົມຄະນິດສາດ ໄດ້ຮັບການສ້າງຕັ້ງຂຶ້ນໃນບັນດາປະເທດໃນທົົ່ວໂລກ. ສະມາຄົມຄະນິດສາດໄດ້ຮັບການສ້າງຕັ້ງ ໃນຂົງເຂດເອີຣົບ, ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ເຊິ່ງສະມາຄົມ ຄະນິດສາດ ເປັນຕົວແທນໃຫ້ແກ່ນັກຄະນິດສາດ; ຈຸດປະສົງຂອງການສາ້ງຕັ້ງສະມາຄົມຄະນິດສາດລາວ ເພື່ອເປັນສະຖານທີີ່ໃນການແລກປ່ຽນ ລະຫວ່າງ ຄູ-ອາຈານ ນັກຄະນິດສາດ, ປັນຍາຊົນ, ນັກຮຽນ ແລະ ນັກສຶກສາຜູ້ທີສົນໃຈໃນສາຂາຄະນິດສາດ - ສ້າງສະມາຄົມ ຄະນິດສາດ ລາວ, ເພື່ອເປັນສະຖານທີີ່ໃນການພັດທະນາບຸກຄະລາກອນ ທາງດ້ານຄະນິດສາດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມຊ່ຽວຊານຫຼາຍຂຶື້ນ ພ້ອມທັງເປັນການດຶງດູດການຮ່ວມມື ແລະ ສ້າງເຄືອຂ່າຍດ້ານຄະນິດສາດໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ທັງພາຍໃນປະເທດ - ສ້າງສະມາຄົມຄະນິດສາດ ລາວ ເພື່ອເປັນສູນກາງການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນເພື່ອເຄື່ອນໄຫວຮ່ວມກັນຢ່າງມີປະສິດທະພາບ - ສ້າງສາມາຄົມຄະນິດສາດລາວ ເພື່ອການຮ່ວມມືການຄົ້ນຄວ້າ ແລະ ການພັດທະນາໃນລະດັບທີີ່ສູງຂຶື້ນ, ໂດຍສະມາຄົມຄະນິດສາດ ຈະເຮັດໜ້າທີ່ໃນການປະສານງານກັບສະມາຄົມຄະນິດສາດໃນອາຊຽນ ແລະ ສະຫະພັນຄະນິດສາດສາກົນ (MIU) ແລະປະເທດອື່ນໆ ພ້ອມນັ້ນ ຍັງສາ້ງເງື່ອນໄຂອັນເໝາະສົມໃຫ້ແກ່ນັກຄະນິດສາດ ໄດ້ເສີມຂະຫຍາຍຄວາມສາມາດໃນການຄົ້ນຄວ້າທາງຄະນິດສາດ ແລະເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ ແລະຈັດສົ່ງນັກຄົ້ນຄວ້າ ຄະນິດສາດເຂົ້າຮ່ວມກອງປະຊຸມຕ່າງໆທັງພາຍໃນ ແລະຕ່າງປະເທດ.

ຈາກນັ້ນ, ໄດ້ມີພິທີເປີດນຳໃຊ້ ສະມາຄົມຄະນິດສາດຢ່າງເປັນທາງການ ໂດຍເປັນກຽດຕັດແຖບຜ້າ ຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ເຊິ່ງສະມາຄົມຄະນິດສາດລາວ ຈະເລີ່ມເປີດໃຫ້ຜູ້ທີ່ມີຄວາມສົນໃຈສາມາດສະໝັກເປັນສະມາຊິກໄດ້ໂດຍບໍ່ເສຍຄ່າ ເຊິ່ງສະມາຄົມດັ່ງກ່າວຕັ້ງຢຸູ່ຕຶກພາກວິຊາຄະນິດສາດ ຊັ້ນ1 ຂອງ ຄວທ (ວິທະຍາເຂດດົງໂດກ).

ພາບບັນຍາກາດ