Select your language

ໃນວັນທີ 5 ກັນຍາ 2024 ຜ່ານມາ, ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ແລະ ສະພາວິຊາການ ປະຈຳສົກສຶກສາ 2023-2024 ແລະມອບເຄື່ອງຊ່ວຍເຫຼືອ ອຸປະກອນການສຶກສາ ທີ່ໂຮງຮຽນອະນຸບານ ໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ໂດຍມີ ທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຄະນະບໍດີ ຄສປ ພ້ອມດ້ວຍບັນດາທ່ານຮອງຄະນະບໍດີ, ຫົວຫນ້າພາກ, ຫົວຫນ້າພະເນກ, ພະນັກງານ, ຄູ-ອາຈານ ພາຍໃນຄະນະວິຊາ ເຂົ້າຮ່ວມ.

ການຈັດກອງປະຊຸມສະພາບໍລິຫານ ແລະ ສະພາວິຊາການໃນຄັ້ງນີ້ ແມ່ນເພື່ອ ຂອງບັນດາພາກວິຊາ ແລະ ພະແນກການທີ່ກ່ຽວຂ້ອງ; ລາຍງານຜົນສຳເລັດການປະເມີນບົດໂຄງການຈົບຊັ້ນຂອງແຕ່ລະພາກວິຊາ ສົກ 2023-2024 ແລະສະຫຼຸບ ຜົນສຳເລັດໂດຍພື້ນຖານ ຂອງການຂຽນຕຳແຫນ່ງງານ ພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງ ຄສປ ໂດຍໄດ້ ມີການຮັບຮອງຜ່ານກອງປະຊຸມ, ເລັດການສັງລວມແຜນການສອນລາຍວິຊາ ຂອງແຕ່ລະພາກວິຊາ (ລວມ 5 ສາຂາ) ຕາມທິດ OBE ໄດ້ເກີນ 80% ໂດຍຄາດຫມາຍສັງລວມໃຫ້ສຳເລັດ ພາຍໃນເດືອນ ກັນຍາ 2024 ນີ້.

ພ້ອມນັ້ນ ຄະນະນຳ ແລະພະນັກງານ, ຄູ-ອາຈານ ຄສປ ຍັງໄດ້ນຳເຄື່ອງຊ່ວຍເຫຼືອເຊັ່ນ: ອຸປະກອນການສືກສາ, ເຄື່ອງກີລາ, ປື້ມແບບຮຽນ, ປື້ມຊຽນ ຈໍານວນໜື່ງໄປມອບໃຫ້ກັບນ້ອງນ້ອຍນັກຮຽນອະນຸບານບ້ານ ໂພນເພັງ, ເມືອງວັງວຽງ, ແຂວງວຽງຈັນ ລວມມູນຄ່າ 5,200,000 ກີບ (ຫ້າລ້ານສອງແສນກີບ).

ພາບບັນຍາກາດ