Select your language

ໃນວັນທີ 18 ກັນຍາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບການຢ້ຽມຢາມ ແລະບັນຍາຍພິເສດ ຂອງທ່ານ ດາແລນ ຕັງ ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ World Intellectual Property Organization (WIPO) ພ້ອມດ້ວຍຄະນະ, ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍເປັນກຽດຕ້ອນຮັບຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ ພ້ອມດ້ວຍຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ແລະຕົວແທນນັກສຶກສາເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການມາຢຽມຢາມຂອງ ທ່ານ ດາແລນ ຕັງ ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ພ້ອມດ້ວຍຄະນະໃນຄັ້ງນີ້ ພ້ອມທັງໄດ້ລາຍງານກ່ຽວກັບສະພາບລວມໂດຍຫຍໍ້ຂອງ ມຊ ໃຫ້ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ແລະຄະນະຮັບຊາບ, ພ້ອມທັງລາຍງານກ່ຽວກັບວຽກງານຊັບສິນທາງປັນຍາ ເຊິ່ງໃນທຸກໆປີ ມຊ ໄດ້ມີການຈັດເຝິກອົບຮົມເຜີຍແຜ່ກ່ຽວກັບວຽກງານປົກປ້ອງຄຸ້ມຄອງ ແລະສົ່ງເສີມການຄົ້ນຄວ້າວິທະຍາສາດ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາໃຫ້ແຕ່ລະຄະນະວິຊາ ໂດຍຮ່ວມມືກັບກົມຊັບສິນທາງປັນຍາ ກະຊວງອຸດສະຫະກຳ ແລະການຄ້າ, ໄດ້ລົງນາມເຊັນສັນຍາສາມຝ່າຍທັງພາຍໃນ ແລະຕ່າງປະເທດ ພາຍໃຕ້ຂອບເຂດການຮ່ວມມືວຽກງານຊັບສິນທາງປັນຍາ, ໃນນັ້ນປະກອບມີມະຫາວິທະຍາໄລ ເຕັກໂນໂລຊີ ສົງຊິງ ສປ. ຈີນ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ ເຊິ່ງຜ່ານມາໄດ້ນໍາສົ່ງຄູ-ອາຈານ ໄປເຝິກອົບຮົມ 10 ກວ່າຄົນໂດຍການຊ່ວຍເຫຼືອຈາກ WIPO ເປັນຕົ້ນ. ພ້ອມນັ້ນ ໃນພິທີຍັງໄດ້ຮັບຟັງການການບັນຍາຍຂອງ ທ່ານ ດາແລນ ຕັງ ໃນຫົວຂໍ້ ຄວາມສຳຄັນຂອງເລກອ້າງອີງ (IP) ແລະ ແນວໂນ້ມຂອງການນຳໃຊ້ເລກອ້າງອີກໃນອະນາຄົດ.

ພາບບັນຍາກາດ