Select your language

ໃນຕອນເຊົ້າ ວັນທີ 6 ກຸມພາ 2025 ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານຕົນຂຶ້ນທີ່ຫ້ອງປະຊຸມຂອງ ຄນລ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ຮອງເລຂາຄະນະພັກ, ຮອງອະທິການບໍດີ ມຊ, ສະຫາຍ ຄໍາເຟືອງ ລໍວັນໄຊ ຄະນະພັກ ມຊ, ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ສະຫາຍ ປອ. ສົມເດດ ແກ້ວວົງສັກ ປະທານກວດກາຄະນະພັກຮາກຖານ ຄນລ, ພ້ອມດ້ວຍຄະນະບໍລິຫານຄະນະພັກຮາຖານ, ແຂກຖືກເຊີນ, ປະທານສາມອົງການຈັດຕັ້ງມະຫາຊົນ ແລະສະມາຊິກພັກສົມບູນເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ປອ. ສົມເດດ ແກ້ວວົງສັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຄັ້ງທີ V ແລະແຜນ 5 ປີ ໃນຕໍ່ໜ້າ ໂດຍສະຫາຍໄດ້ຍົກໃຫ້ເຫັນສະພາບລວມ ແລະຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານເຊັ່ນ: ປັດຈຸບັນ ຄະນະພັກຮາກຖານ ຄນລ ປະກອບມີ 4 ໜ່ວຍພັກ ຄື: ໜ່ວຍພັກພາກວິຊາກົດໝາຍແພ່ງ, ກົດໝາຍອາຍາ ແລະ ກົດໝາຍທຸລະກິດ; ໜ່ວຍພັກພາກວິຊາ ລັດຖະສາດ ແລະ ການພົວພັນສາກົນ; ໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການ, ມີສະມາຊິກພັກທັງໝົດ 85 ສະຫາຍ, ຍິງ 35 ສະຫາຍ; ພາຍໃນຮາກຖານ ຄນລ ເຫັນວ່າພະນັກງານ, ຄູ-ອາຈານ ແລະ ນັກສຶກສາສ່ວນຫຼາຍ ມີຄວາມຕື່ນຕົວ ຫ້າວຫັນ ຕໍ່ການປະຕິບັດໜ້າທີ່ວຽກງານ ໂດຍສະເພາະອາຈານແມ່ນຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ, ການຄົ້ນຄ້ວາວິທະຍາສາດ, ການບໍລິການວິຊາການ ທັງພາຍໃນ ແລະ ຕ່າງປະເທດ ແລະ ນັກສຶກສາມີຄວາມເອົາໃຈໃສ່ຕໍ່ການສຶກສາຄົ້ນຄວ້າ-ຮໍ່າຮຽນ, ເຂົ້າຮ່ວມການເຄື່ອນໄຫວວຽກງານນອກຫຼັກສູດ ພາຍໃນ, ພາຍນອກ ແລະ ກິດຈະກໍາທາງດ້ານວິຊາການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມຮັບຜິດຊອບສູງ; ດ້ານສິ່ງອໍານວຍຄວາມສະດວກ ມີອາຄານສະຖານທີ່ຈັດການຮຽນ-ການສອນ, ມີວັດຖຸອຸປະກອນ ແລະ ເອກະສານຕໍາລາພຽງພໍ ແລະ ໄດ້ຮັບການຮ່ວມມືຊ່ວຍເຫຼືອ ຈາກພາກສ່ວນຕ່າງໆທັງພາຍໃນ ແລະ ນອກຄະນະວິຊາ ລວມທັງວຽກງານສາມອົງການຈັດຕັ້ງມະຫາຊົນພາຍໃນຄະນະວິຊາ ກໍໄດ້ມີການເຄື່ອນໄຫວດ້ວຍຄວາມຫ້າວຫັນ ແລະ ເປັນເຈົ້າການສູງ; ດ້ານວຽກງານວິຊາສະເພາະໂດຍສະເພາະກໍແມ່ນ ວຽກງານປະກັນຄຸນນະພາບການສຶກສາ ໄດ້ຊີ້ນໍາການປະເມີນ ແລະ ປັບປຸງຫຼັກສູດປະລິນາຍາຕີ ຕາມ​ມາດຕະຖານຫຼັກສູດ​ແຫ່ງ​ຊາດ ​ແລະ ມາດຕະຖານ​ເຄືອ​ຂ່າຍ​ມະຫາວິທະຍາ​ໄລ​ອາຊຽນ ສໍາ​ເລັດ ທັງໝົດ 5 ຫຼັກສູດ, ໃນນັ້ນໄດ້ດໍາເນີນການຂຽນປະເມີນຕົນເອງລະດັບຫຼັກສູດ ຕາມມາດຕະຖານຂອງເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN ASEAN University Network-QA Standard) ຈໍານວນ 2 ຄັ້ງ ແລະ ປະເມີນຕົນເອງລະດັບສະຖາບັນ ຕາມມາດຕະຖານຄຸນນະພາບການສຶກສາຊັ້ນສູງ ຂອງກະຊວງສຶກສາທິການ ແລະ ກີລາ ຈໍານວນ 2 ຄັ້ງ ແລະ ໄດ້ຮັບການປະເມີນພາຍນອກລະດັບສະຖາບັນ 1 ຄັ້ງ. ​ຜົນ​ການ​ປະ​ເມີນ 4/7 (4 ​ໃນ 7), ໄດ້ຮັບໃບຢັ້ງຢືນການປະເມີນຫຼັກສູດຕາມມາດຕະຖານເຄືອຂ່າຍມະຫາວິທະຍາໄລອາຊຽນ ທັງໝົດ ຈໍານວນ 5 ຫຼັກສູດ ແລະເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆຕາມການຊີ້ນຳຂອງຂັ້ນເທິງ. ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ລັກສະນະນຳພາຂອງພັກ ໃນທຸກຂົງເຂດວຽກງານພາຍໃນ ຄນລ, ສືບຕໍ່ນຳພາການພັດທະນາທາງດ້ານວິຊາການຂອງ ຄນລ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ທີ່ມີຫຼາຍສາຂາວິຊາ ໃນລະດັບປະລິຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ມີປະສິດທິພາບ, ສືບຕໍ່ປັບປຸງຫຼັກສູດປະລິນຍາຕີ ທີ່ໄດ້ຜ່ານການປະເມີນ ຂອງເຄືອຂ່າຍມະຫາວິທະຍາໄລອາຊຽນທີ່ຜ່ານມາ ໃຫ້ໄດ້ຮັບປະສິດທິພາບຍິ່ງຂຶ້ນ ແລະແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ບໍ່ທັນບັນລຸໃນການປະຕິບັດແຜນການ 5 ປີ ຄັ້ງຜ່ານມາ ຢ່າງຕັ້ງໜ້າ ແລະ ກ້າວໄປສູ່ການບັນລຸຄາດໝາຍສູ້ຊົນ ຢ່າງເປັນເຈົ້າການ.

          ພ້ອມນັ້ນໃນທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 7 ສະຫາຍ ຄັດເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກກອງປະຊຸມ ແລະທີ່ປະຊຸມປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ປອ. ສົມເດດ ແກ້ວວົງສັກ ເປັນເລຂາຄະນະພັກຮາກຖານ, ສະຫາຍ ນາງ ທັດສະນາລອນ ສີສຸນົນ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ປອ. ສີພາ ຈັນທະວົງ ເປັນປະທານກວດກາພັກຮາກຖານ, ສະຫາຍ ບຸນເຖິງ ສີທອນແກ້ວຈຳປາ     ເປັນ ຄະນະພັກ ແລະ ສະຫາຍ ທອງພູນ ສຸກກະເສນ   ເປັນຄະນະພັກຮາກຖານ.

        ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນໍາ ນໍາພາ ຂອງຄະນະພັກຮາກຖານ ຄນລ ຊຸດເກົ່າ ທີ່ໄດ້ນໍາພາສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ຮ່ວມກັນຂ້າມຜ່ານສະພາບຄວາມຫຍຸ້ງຍາກໃນປັດຈຸບັນທີ່ກຳລັງປະເຊີນໜ້າຢູ່ ບໍ່ວ່າຈະເປັນ ບັນຫາສະພາບທາງດ້ານເສດຖະກິດ, ບັນຫາທ້າທາຍການສຶກສາ ໂດຍສະເພາະແມ່ນການປະລະການຮຽນຂອງໄວໜຸ່ມໃນປັດຈຸບັນ ທີ່ຕ້ອງຫາວິທີໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວ.

ພາບບັນຍາກາດ