Select your language

ເພື່ອເປັນການຂະຫຍາຍ ແລະສືບຕໍ່ການຮ່ວມມືທາງດ້ານວິຊາການລະຫວ່າງສອງມະຫາວິທະຍາໄລ ກໍຄື ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລມະຫາສາລະຄາມ ປະເທດໄທ, ໃນວັນທີ 7 ກຸມພາ 2025 ຜ່ານມາ ໄດ້ມີພິທີລົງນາມການຮ່ວມມືລະຫວ່າງສອງມະຫາວິທະຍາໄລດັ່ງກ່າວ, ໂດຍຈັດຂຶ້ນທີ່ຫ້ອງປະຊຸມຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມຊ, ໂດຍຊ້ອງໜ້າທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ແລະ ທ່ານ ຮສ. ດຣ. ປຣະຢຸກ ສິວິໄລ ຮັກສາການແທນອະທິການບໍດີ ມະຫາວິທະຍາໄລ ມະຫາສາລະຄາມ (ປະເທດໄທ), ຮ່ວມລົງນາມໃນຄັ້ງນີ້ມີທ່ານຄະນະບໍດີ ແລະ ຮອງຄະນະບໍດີ (ຝ່າຍລະ 1 ທ່ານ) ຈາກ 3 ຄະນະວິຊາຂອງ ມຊ ຄື: ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະສະຖາປັດຄະນະກຳສາດ ແລະ ຄະນະວິສະວະກຳສາດ, ຝ່າຍມະຫາວິທະຍາໄລ ມະຫາສາລະຄາມ ປະເທດໄທ ມີ 3 ຄະນະວິຊາຄື: ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະຊັບພະຍາກອນສາດ ແລະຄະນະສະຖາປັດຕະຍະກຳສາດ, ຜັງເມືອງ ແລະເນລິມິດ ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

          ຈຸດປະສົງຂອງການຮ່ວມມືທັງສອງຝ່າຍ ແມ່ນເພື່ອຜັນຂະຫຍາຍຂອບເຂດການຮ່ວມມື ໂດຍສະເພາະແມ່ນຈະໄດ້ເປີດໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາໄດ້ແລກປ່ຽນຄວາມຮູ້ທາງດ້ານວິຊາການ, ການຄົ້ນຄວ້າວິໄຈ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງຕ່າງໆ.

ພາບບັນຍາກາດ