Select your language

ໃນລະຫວ່າງວັນທີ 6-7 ກຸມພາ 2025 ຜ່ານມາ, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສາກົນກ່ຽວກັບການສອນພາສາອັງກິດທົ່ວປະເທດ ຄັ້ງທີ 19 ປະຈຳປີ 2025 (LaoTESOL Conference 2025) ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 177 ທ່ານ, ໃນນີ້ ເປັນອາຈານສອນພາສາອັງກິດທັງໝົດ 47 ທ່ານ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ ນາງ Michelle OUTLAW ເອອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ, ມີບັນດາພະນັກງານ,​ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

          ກອງປະຊຸມສາກົນກ່ຽວກັບການສອນພາສາອັງກິດທົ່ວປະເທດ ແມ່ນຈັດຂຶ້ນເປັນປະຈຳ ທຸກໆປີ ເຊິ່ງຄັ້ງນີ້ກໍເປັນຄັ້ງທີ 19, ມີຈຸດປະສົງເພື່ອສ້າງໂອກາດໃຫ້ຜູ້ເຂົ້າຮ່ວມ ຫຼື ຄູ-ອາຈານ ແລະນັກວິຊາການ, ຜູ້ຊ່ຽວຊານ ດ້ານພາສາອັງກິດໃນຂອບເຂດທົ່ວປະເທດ ໄດ້ພົບປະແລກປ່ຽນປະສົບການ ດ້ານການສິດສອນ, ການຄົ້ນຄວ້າກ່ຽວກັບ ພາສາອັງກິດເຊິ່ງກັນ ແລະກັນ. ໂດຍຜ່ານການນຳສະເໜີບົດຄວາມ ພາຍໃຕ້ຫົວຂໍ້ Innovative Approaches to ELT: Teaching Methods and Assessments” ເຊິ່ງມີຜູ້ນຳສະເໜີທັງໝົດ 48 ບົດ.

          ໃນໂອກາດນີ້ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ໄດ້ຂຶ້ນມີຄຳເຫັນຕໍ່ພິທີ, ທ່ານກ່າວບາງຕອນວ່າ: ກອງປະຊຸມ ສາກົນກ່ຽວກັບການສອນພາສາອັງກິດທົ່ວປະເທດເປັນກອງປະຊຸມທີ່ໃຫຍ່ທີ່ສຸດສໍາລັບຄູສອນພາສາອັງກິດຈາກລາວ ແລະ ທົ່ວອາຊີ, ໂດຍມີຈຸດປະສົງເພື່ອເຕົ້າໂຮມຊ່ຽວຊານ, ຄູ-ອາຈານ ແລະ ນັກວິຊາການດ້ານການສອນພາສາອັງກິດ, ເພາະວ່າພາສາອັງກິດ ແມ່ນພາສາສາກົນທີ່ເປັນຂົວເຊື່ອມຕໍ່ວັດທະນະທໍາ, ການສົ່ງເສີມການຮ່ວມມື ແລະເປີດປະຕູສູ່ໂອກາດ. ກອງປະຊຸມຍັງສະໜອງໃຫ້ ຄູ-ອາຈານພາສາອັງກິດມີໂອກາດທີ່ດີທີ່ສຸດສໍາລັບການພົວພັນກັບຜູ້ບັນຍາຍ, ແລກປ່ຽນບົດຮຽນທີ່ດີທີ່ສຸດ ແລະແນວຄວາມຄິດຂອງປະສົບການ ການຮຽນ-ການສອນ, ເຮັດວຽກຮ່ວມກັນ, ສ້າງຄວາມເຂັ້ມແຂງເຄືອຂ່າຍການສິດສອນພາສາອັງກິດ; ໂດຍສະເພາະ ການພັດທະນາແນວຄິດທີ່ດີໃນການຮຽນ-ການສອນພາສາອັງກິດ ເພື່ອແນໃສ່ເປີດກວ້າງການສຶກສາພາສາອັງກິດ ພາຍໃນປະເທດຂອງ ສປປ ລາວ ກໍຄືການເປັນຄູ່ຮ່ວມມືໃນພາກພື້ນ ແລະ ສາກົນ.