ໃນວັນທີ 13 ກຸມພາ 2025 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫ້ອງການໃຫ້ຄຳປຶກສາດ້ານອາຊີບຂຶ້ນຢ່າງເປັນທາງການທີ່ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເປັນປະທານໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ, ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ເຊຊີນ ເລີຄົວ, ອຸປະທູດ, ສໍານັກງານຜູ້ຕາງໜ້າຈາກສະຫະພາບເອີຣົບ ປະຈຳ ສປປ ລາວ. ນອກຈາກນີ້ຍັງມີບັນດາຄູອາຈານ, ນັກສຶກສາ, ຜູ້ຕ່າງໜ້າຈາກພາກລັດ, ສະພາອຸດສະຫາກໍາ ແລະ ການຄ້າແຫ່ງຊາດ, ສະມາຄົມທຸລະກິດການທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ທ່ອງທ່ຽວລາວ, ອົງການຈັດຕັ້ງສາກົນ, ແລະ ບັນດາບໍລິສັດ ແລະ ໂຮງແຮມ ເຂົ້າຮ່ວມເປັນຈຳນວນຫຼາຍກວ່າ 60 ຄົນ.
ຫ້ອງການໃຫ້ຄຳປຶກສາດ້ານອາຊີບໄດ້ຮັບການສ້າງຕັ້ງຂຶ້ນເປັນໜຶ່ງໃນແຜນງານຂອງໂຄງການຫຼັກສູດນະວັດຕະກຳເພື່ອການຮຽນຮູ້ຕະຫຼອດຊີວິດສຳລັບແຮງງານ ໃນອຸດສາຫະກຳການທ່ອງທ່ຽວແບບຍືນຍົງ ຫຼື ເອີ້ນວ່າໂຄວການ INNO4Tourism Project, ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບເປັນຈຳນວນງົບປະມານທັງໝົດ 748,054 ເອີໂຣ ສໍາລັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ 9 ສະຖາບັນການສຶກສາຊັ້ນສູງ ແລະ ອົງການໃນ 4 ປະເທດໃນສະຫະພາບເອີຣົບ ແລະ ອາຊີເຊັ່ນ: ມະຫາວິທະຍາໄລປາແລໂມ ແລະ ອົງການເຈີຊີ, ປະເທດອີຕາລີ; ມະຫາວິທະຍາໄລມາເຊໂດເນຍ ແລະ ອົງການສີມເພຼັກຊີສ, ປະເທດເກຼັກ; ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລສະຫວັນນະເຂດ, ສປປ ລາວ; ແລະ ມະຫາວິທະຍາໄລສົງຂລານະຄະລິນ, ມະຫາວິທະຍາໄລຊຽງໃໝ່ ແລະ ສະມາຄົມທຸລະກິດທ່ອງທ່ຽວແຂວງພູເກັດ, ຣາຊາອະນາຈັກໄທ.
ຫ້ອງການໃຫ້ຄຳປຶກສາດ້ານອາຊີບເປັນສະຖານທີ່ຕົ້ນແບບເພື່ອໃຫ້ຄໍາແນະນໍາດ້ານອາຊີບແບບຄົບວົງຈອນ, ອໍານວຍຄວາມສະດວກໃນການຊອກວຽກ ແລະ ສະໝັກວຽກ, ແລະ ເປັນສູນກາງສໍາລັບການຝຶກງານ ແລະ ສູນຂໍ້ມູນຂ່າວສານສຳການສະໝັກວຽກ ແລະ ໂອກາດອື່ນໆ. ການບໍລິການດັ່ງກ່າວຈະຊຸກຍູ້ການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ພາກທຸລະກິດ, ການເຊື່ອມຕໍ່ລະຫວ່າງນັກນັກສຶກສາ ແລະ ຜູ້ປະກອບການ, ນຳໃຊ້ເວທີດິຈິຕອນເພື່ອສ້າງຕະຫຼາດແຮງງານທີ່ມີການເຄື່ອນໄຫວ. ນອກຈາກນີ້, ຍັງຈະປະກອບອາຊີບເປັນທີ່ປຶກສາ ແລະ ໃຫ້ຄຳປຶກສາ, ເພີ່ມທະວີສາຍພົວພັນກັບສະມາຄົມອາຊີບ ແລະ ຍົກລະດັບຄວາມພ້ອມຂອງນັກສຶກສາໃຫ້ແກ່ໂອກາດການເຮັດວຽກ.
ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບຫ້ອງການໃຫ້ຄຳປຶກສາດ້ານອາຊີບ ແລະ ໂຄງການນະວັດຕະກຳຫຼັກສູດການຮຽນຮູ້ຕະຫຼອດຊີວິດສຳລັບແຮງງານອຸດສາຫະກຳການທ່ອງທ່ຽວແບບຍືນຍົງ ແລະໄດ້ສົນທະນາແລກປ່ຽນ, ທ່ຽວຊົມສິ່ງອຳນວຍຄວາມສະດວກພາຍໃນຫ້ອງການດັ່ງກ່າວອີກດ້ວຍ.