Select your language

ກອງປະຊຸມ  ກິດຈະກຳການແຂ່ງຂັນຖາມ-ຕອບວິທະຍາສາດ ຕິດພັນກັບວຽກວິຊາການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 19 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ ມະຫາວີທະຍາໄລແຫ່ງຊາດ(ມຊ), ໂດຍການເຂົ້າຮ່ວມຂອງສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ປະທານ ແລະເລຂາ 3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ຊາວໜຸ່ມ, ກຳມະບານ) ແລະນັກສຶກສາເຂົ້າຮ່ວມ.

ໃນພິທີ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວມີຄຳເຫັນໃນທີ່ປະຊຸມເຊິ່ງທ່ານກ່າວວ່າ: ຈຸດປະສົງຂອງການຈັດກິດຈະກໍາ ຖາມ-ຕອບຄວາມຮູ້ດ້ານວິທະຍາສາດຄັ້ງນີ້, ແມ່ນເພື່ອເຮັດໃຫ້ວຽກງານທາງດ້ານວິທະຍາສາດໄດ້ຮັບການສົ່ງເສີມ ແລະ ພັດທະນາຢ່າງເປັນລະບົບ, ມຊ ຈຶ່ງໄດ້ກຳນົດໄວ້ໃນ 4 ພັນທະກິດຂອງ ມຊ ດັ່ງນີ້: 1) ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາການ, ນັກຄົ້ນຄວ້າ ວິທະຍາສາດ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ລະບຽບວິໄນ, ມີຫົວຄິດ ປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ; 2) ດໍາເນີນ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີມາດຕະຖານ ເພື່ອຕອບສະໜອງນະໂຍບາຍ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ; 3) ບໍລິການທາງດ້ານວິຊາການ ທີ່ມີປະສິດທິພາບເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ 4) ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມ ທັງເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ.

ການຈັດກິດຈະກໍາແຂ່ງຂັນ ຖາມ-ຕອບ ວິທະຍາສາດ ຄັ້ງນີ້ ເປັນບາດກ້າວສໍາຄັນໃນການສົ່ງເສີມ ນັກສຶກສາ ໃຫ້ຮັກໃນການຮຽນ, ການຄົ້ນຄວ້າ, ເພື່ອພັດທະນາຕົວເອງ, ສັງຄົມ ແລະ ປະເທດຊາດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ. ເຊິ່ງກິດຈະກຳຖາມ-ຕອບວິທະຍາສາດ ຄັ້ງນີ້: ມີທີມຕົວແທນນັກສຶກສາ 13 ຄະນະວິຊາ ແລະ 1 ສະຖາບັນ ລວມເປັນ 14 ທີມ ເຂົ້າຮ່ວມແຂ່ງຂັນ; ການແຂ່ງຂັນຄັ້ງນີ້ ປະກອບມີທັງໝົດ 42 ຄໍາຖາມ, ແຕ່ລະຮອບແມ່ນມີ 14 ຄໍາຖາມ ໄດ້ແບ່ງເປັນ 3 ຮອບຄື: ຮອບທຳອິດຈະແຂ່ງຂັນໃນສາຍ A ແລະ ສາຍ B ແລ້ວຄັດເລືອກເອົາ 3 ທີມທີ່ມີຄະແນນສູງສຸດຂອງແຕ່ລະສາຍ ເຂົ້າໄປແຂ່ງຂັນໃນຮອບສຸດທ້າຍ ແລະ ແຂ່ງຂັນເອົາທີ 1, 2, 3 ເທົ່ານັ້ນ.   

ສຳລັບທີມທີ່ໄດ້ຊະນະເລີດອັນດັບທີ 1 ແມ່ນໄດ້ຮັບທຶນການສຶກສາ ລາງວັນ 1,000,000 ກີບ ພ້ອມໃບຢັ້ງຢືນ, ທີ 2 ແມ່ນ 700,000 ກີບ ພ້ອມໃບຢັ້ງຢືນ, ທີ 3 ແມ່ນ 500,000 ກີບ ແລະ ລາງວັນຊົມເຊີຍທີມທີ່ເຂົ້າຮ່ວມແຂ່ງຂັນ ທີມລະ 300,000 ກີບ. ຜົນການແຂ່ງຂັນປະກົດວ່າ ຊະນະເລີດ ໄດ້ຮັບລາງວັນທີ 1 ໄດ້ແກ່ທີມນັກສຶກສາຈາກ ຄະນະກະເສດສາດ (ຄກສ), ລາງວັນທີ 2 ທີມນັກສຶກສາຄະນະນິຕິສາດ ແລະລັດຖະສາດ (ຄນລ) ແລະລາງວັນທີ 3 ແມ່ນທີມນັກສຶກສາຈາກ ຄະນະວິທະຍາສາດສັງຄົມ (ຄສຄ).

ພາບບັນຍາກາດ