Select your language

ໃນວັນທີ 23 ພຶດສະພາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານແຂ່ງຂັນສິລະປະວັນນະຄະດີ ນັກສຶກສາທົ່ວ ມຊ ທີ່ສະໂມສອນໃຫຍ່, ໂດຍການຮ່ວມຂອງທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ທ່ານ ເປີ້ນ ອິນທະໝໍ່ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ພ້ອມດ້ວຍບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມເປັນຂະບວນຟົດຟື້ນ.

ການຈັດກິດຈະກຳໃນຄັ້ງນີ້ແມ່ນເພື່ອ ເປັນການດປີດໂອກາດໃຫ້ນັກສຶກສາໃນແຕ່ລະຄະນະວິຊາໄດ້ສະແດງຄວາມສາມາດດ້ານວິລະປະບໍ່ວ່າຈະເປັນການ: ຮ້ອງເພງ, ຂັບລຳ ແລະການຟ້ອນ ແລະເປັນອີກໜື່ງໃນກິດຈະກຳທີ່ສຳຄັນເຊິ່ງເປັນ 1 ໃນ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະກີລາວາງອອກ. ໂດຍການແຂ່ງຂັນໄດ້ແບ່ງອອກເປັນ 3 ລາຍການຄື: ປະກວດຮ້ອງເພງຊາຍ, ປະກວດຮ້ອງເພງຍິງ ແລະປະເພດບົດຟ້ອນລວມໝູ່ຍິງ-ຊາຍ, ມີທັງໝົດ 13 ຄະນະວິຊາ ແລະສະຖາບັນຂົງຈື ເຂົ້າຮ່ວມ.

ຜ່ານການແຂ່ງຂັນຜົນປະກົດວ່າ: ລາງວັນຊະນະເລີດປະເພດຮ້ອງເພງຊາຍ ໄດ້ແກ່ນັກສຶກສາຈາກຄະນະສຶກສາສາດ, ລາງວັນທີ 2 ໄດ້ແກ່ ນັກສຶກສາຄະນະອັກສອນສາດ ແລະລາງວັນທີ 3 ໄດ້ແກ່ນັກສຶກສາສະຖາບັນຂົງຈື; : ລາງວັນຊະນະເລີດປະເພດຮ້ອງເພງຍິງ ໄດ້ແກ່ນັກສຶກສາຈາກຄະນະວິທະຍາສາດສັງຄົມ, ລາງວັນທີ 2 ໄດ້ແກ່ ນັກສຶກສາຄະນະອັກສອນສາດ ແລະວາງວັນທີ 3 ໄດ້ແກ່ນັກສຶກສາຄະນະຊັບພະຍາກອນນໍ້າ; ສ່ວນວາງວັນປະເພດບົດຟ້ອນລວມໝູ່ຍິງ-ຊາຍ ຊະນະເລີດໄດ້ແກ່ ນັກສຶກສາຈາກສະຖາບັນຂົງຈື ໃນບົດຟ້ອນ “ການສຶກສາແມ່ນຄວາມໝັ້ນຄົງຂອງຊາດ”, ລາງວັນທີ 2 ໄດ້ແກ່ນັກສຶກສາຈາກຄະນະສຶກສາສາດ ໃນບົດຟ້ອນ “ຊາວລາວຍຸກໃໝ່ຮ່ວມໃຈ ສືບສານຕຳນານບຸນບັ້ງໄຟ” ແລະອັນດັບທີ 3 ໄດ້ແກ່ນັກສຶກສາຈາກຄະນະອັກສອນສາດ “ຊາວໜຸ່ມລາວກ້າວຫນ້າ”