ໃນວັນທີ 26 ພຶດສະພາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນວິຊາການຮ່ວມກັບ ມະຫາວິທະຍາໄລເຕັກໂນໂລຊີຊົງຊິງ ສປ ຈີນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານ ແລະຕ້ອນຮັບຂອງທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ Prof. Hu Hairong ຮອງຜູ້ອຳນວຍການ ໂຮງຮຽນຊັບສິນທາງປັນຍາຊົງຊິງ (Chongqing Intellectual Property School) ພ້ອມດ້ວຍຄະນະ, ພ້ອມນັ້ນ ຍັງມີທ່ານ ໄຊບັນດິນ ໄຊຍະວົງຄຳດີຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສະຫະກຳ ແລະການຄ້າ, ທ່ານຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ສຳລັບຈຸດປະສົງຂອງການຈັດງານໃນຄັ້ງນີ້ແມ່ນເພື່ອແລກ່ປຽນ ແລະນຳສະເໜີກ່ຽວກັບວຽກງານຊັບສິນທາງປັນຍາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະເຫັນໄດ້ເຖິງຄວາມສຳຄັນ ໂດຍພາຍໃນງານ ມີການນຳສະເໜີໃນຫົວຂໍ້ “ຊັບສີນທາງປັນຍາ ແລະການສຶກສາ, ຊັບສິນທາງປັນຍາສາມາດປ່ຽນແປງອານາຄົດເຮົາໄດ້” ໂດຍ ທ່ານ ໄຊບັນດິນ ໄຊຍະວົງຄຳ, ຫົວຂໍ້ “ລັກສະນະ ແລະ ແນວທາງປະຕິບັດໃນການປູກຝັງດ້ານຊັບສິນທາງປັນຍາໃນປະເທດຈີນ” ໂດຍ ທ່ານ Prof. Hu Hairong, ຫົວຂໍ້ “ການຖ່າຍທອດເທັກໂນໂລຊີໃນ ມຊ” ໂດຍທ່ານ ຄຳພາ ຫວ່າງດວງນະພາ ຫົວນ້າຫ້ອງການກວດກາ ມຊ, ຫົວຂໍ້ “ກໍລະນີສຶກສາກ່ຽວກັບຊັບສິນທາງປັນຍາໃນ ສປ ຈີນ” ໂດຍ Dr. Tu Meng, ຫົວໜ້າພະແນກການຮ່ວມມືສາກົນ, ມະຫາວິທະຍາໄລຊົງຊີງ ສປ ຈີນ ແລະຫົວຂໍ້ “ການພັດທະນາວຽກງານຊັບສິນທາງປັນຍາໃນມະຫາວິທະຍາໄລ” ໂດຍທ່ານ ສີວິໄລ ບຸດພົມວິຫານ ຫົວໜ້າພະແນກຊັບສິນທາງປັນຍາ ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ.