Select your language

ເພື່ອປະຕິບັດຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະກີລາ ກໍຄືແຜນພັດທະນາຄຸນນະພາບການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດຊາດ(ມຊ), ໃນວັນທີ 13 ສິງຫາ 2022 ນີ້, ມຊ ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກສຶກສາ 2022-2023, ເຊິ່ງເຂດການສອບເສັງໃຫຍ່ແມ່ນຈັດຂຶ້ນທີ່ ວິທະຍາເຂດດົງໂດກ, ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ປະທານຄະນະກໍາມະການ ການສອບເສັງ, ມີທ່ານ ຮສ.ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະກີລາ, ບັນດາທ່ານ ຮອງອະທິການບໍດີ ມຊ, ບັນດາຄະນະກໍາມະການຝ່າຍຕ່າງໆ ແລະພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.

       ການສອບເສັງຄັດເລືອກນັກເອົາສຶກສາຂອງ ມຊ ປີນີ້, ແມ່ນຈັດການສອບເສັງແບບເຊິ່ງໜ້າ, ໃຫ້ນັກຮຽນທີ່ຈົບຊັ້ນ ມ7 ທີ່ໄດ້ລົງທະບຽນຖືກຕ້ອງຕາມຂັ້ນຕອນ ມາສອບເສັງຢູ່ຕາມຫ້ອງສອບເສັງທີ່ໄດ້ກໍານົດໄວ້. ທ່ານ ສຈ. ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ຜູ້ຊີ້ນໍາວຽກງານວິຊາການ ມຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບການສອບເສັງ ສົກສຶກສາ 2022-2023 ວ່າ: ເພື່ອຄວາມເປັນລະບຽບຮຽບຮ້ອຍໃນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ໃນສົກສຶກສານີ້, ທາງ ມຊ ຂອງພວກເຮົາແມ່ນໄດ້ມີການກະກຽມຄວາມພ້ອມຕ່າງໆມາຕັ້ງແຕ່ເດືອນ ມິຖຸນາ 2022, ເຊິ່ງໄດ້ແຕ່ງຕັ້ງບັນດາຄະນະກໍາການຮັບຜິດຊອບຝ່າຍຕ່າງໆເຊັ່ນ: ຄະນະກໍາມະການຊີ້ນໍາ, ຄະນະກໍາມະການຍ່ອຍເພື່ອລົງເລິກແຕ່ລະໜ້າວຽກຂອງການສອບເສັງ, ເຊິ່ງຜ່ານການກະກຽມມາຮອດມື້ນີ້ ວັນທີ 13 ສິງຫາ 2022 ເປັນມື້ສອບເສັງຕົວຈິງ, ເຫັນວ່າແຕ່ລະໜ້າວຽກແມ່ນມີຄວາມພ້ອມ 100%;  ການສອບເສັງຄັດເລືອກເອົານັກສຶກສາ ສົກສຶກສາ 2022-2023 ປີນີ້, ແມ່ນໄດ້ເປີດໃຫ້ນັກສຶກສາລົງທະບຽນຜ່ານລະບົບອອນລາຍ ມາຕັ້ງແຕ່ວັນທີ 18 ກໍລະກົດ ເຖິງວັນທີ 10 ສິງຫາ 2022 ແລະພາຍຫຼັງສະໝັກລົງທະບຽນຜ່ານລະບົບອອນລາຍແລ້ວ ແມ່ນໃຫ້ຜູ້ສະໝັກສອບເສັງ ເຂົ້າມາເອົາບັດເຂົ້າຫ້ອງສອບເສັງຂອງຕົນ ຢູ່ທີ່ສະໂມສອນໃຫຍ່ ມຊ ເພື່ອກຽມພ້ອມເຂົ້າຫ້ອງສອບເສັງ.

      ພາຍຫຼັງເປີດໃຫ້ລົງທະບຽນສະໝັກສອບເສັງ ແຕ່ວັນທີ 18 ກໍລະກົດ ຈົນຮອດມື້ປິດຮັບ ຄືວັນທີ 10 ສິງຫາ 2022, ມີຜູ້ສະໝັກລົງທະບຽນເຂົ້າສອບເສັງທັງໝົດຈໍານວນ 11,976 ຄົນ; ແລະໄດ້ມາເອົາບັດເຂົ້າຫ້ອງສອບເສັງ ຫຼື ມີໜ້າສອບເສັງຕົວຈິງທັງໝົດຈໍານວນ 10,103 ຄົນ; ເຊິ່ງແບ່ງອອກເປັນ 3 ເຂດການສອບເສັງຄື: ວິທະຍາເຂດດົງໂດກ, ວິທະຍາເຂດດອນນົກຂຸ້ມ ແລະວິທະຍາເຂດໂສກປ່າຫຼວງ; ມີ 15 ຈຸດສອບເສັງ.  ລວມມີ 459 ຫ້ອງສອບເສັງ, ມີກໍາມະການຍາມຫ້ອງເສັງ 983 ທ່ານ; ເຊິ່ງ 01 ຫ້ອງສອບເສັງ ແມ່ນບັນຈຸນັກສອບເສັງ 20 ຄົນ ຫາ 30 ຄົນ ຕໍ່ກໍາມະການຍາມຫ້ອງເສັງ 02 ທ່ານ;  ສໍາລັບຕາຕະລາງການສອບເສັງແມ່ນໄດ້ແບ່ງອອກເປັນ 02 ກຸ່ມ ຄື:A ແລະB; ກຸ່ມ A ແມ່ນກຸ່ມວິຊາທໍາມະຊາດ STEM ມີ 61 ສາຂາວິຊາ ແລະກຸ່ມ B ແມ່ນກຸ່ມວິຊາວິທະຍາສາດສັງຄົມ NON STEM ມີ 52 ສາຂາວິຊາ ຊຶ່ງໄດ້ຈັດການສອບເສັງໃນມື້ດຽວກັນ ກໍຄື ວັນທີ 13 ສິງຫາ 2022 ມື້ນີ້; ກຸ່ມ A ແມ່ນສອບເສັງວິຊາຄະນິດສາດ A ແລະ ວິຊາ ຟີຊິກສາດ, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ເຄມີສາດ, ຊີວະສາດ ແລະກຸ່ມ B ແມ່ນສອບເສັງວິຊາຄະນິດສາດ B, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ພູມີສາດ, ປະຫວັດສາດ.  

       ທ່ານກ່າວຕື່ມວ່າ ໃນສົກສຶກສາ 2022-2023 ນີ້,  ມຊ ມີແຜນຮັບເອົານັກສຶກສາ ເຂົ້າຮຽນທັງ ໝົດ 6.990 ຄົນ, ໃນນີ້ປະລິນຍາຕີ 5.150 ຄົນ, ປະລິນຍາຕີຕໍ່ເນື່ອງ 1.480 ຄົນ, ຫຼັກສູດ ນານາຊາດ+ຫຼັກສູດ ຄູພາສາຈີນ 210 ຄົນ, ອະນຸປະລິນຍາ 150 ຄົນ. ມຊ ເປັນສະຖາບັນການສຶກສາທີ່ມີຫຼາກຫຼາຍສາຂາວິຊາຮຽນ ແຫ່ງທໍາອິດຂອງລາວ ປະກອບມີ 13 ຄະນະວິຊາ, ມີຫຼັກສູດລະດັບປະລິນຍາຕີ 118 ສາຂາວິຊາ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 42 ສາຂາວິຊາ ແລະຫຼັກສູດລະດັບອະນຸປະລິນຍາ 4 ສາຂາວິຊາ, ນອກຈາກນີ້, ຍັງມີຫຼັກສູດປະລິນຍາເອກ 6 ຫຼັກສູດ, ຫຼັກສູດປະລິນຍາໂທ 63 ຫຼັກສູດ ແລະພາຍຫຼັງການສອບເສັງຄາດວ່າ ຈະປະກາດຜົນການສອບເສັງ ໃຫ້ສັງຄົມຮັບຊາບກ່ອນ ວັນທີ 12 ກັນຍາ 2022 ແລະເປີດໃຫ້ນັກສຶກສາຜູ້ເສັງໄດ້ມາລົງທະບຽນເຂົ້າຮຽນ ແລະໃນວັນທີ 10 ຕຸລາ 2022 ນັກສຶກສາປີທີ 1 ເລີ່ມເຂົ້າຮຽນພາກຮຽນທີ 1 ຂອງສົກສຶກສາ 2022-2023.

       ຂະນະດຽວກັນ ທ່ານຍັງໄດ້ຝາກຄວາມຫ່ວງໃຍເຖິງບັນດາລູກຫຼານ ທີ່ຮຽນຈົບ ມ.7 ຫຼື ທຽບເທົ່າ ທີ່ໄດ້ເຂົ້າສອບເສັງໃນມື້ນີ້, ກໍຄືລູກຫຼານທີ່ກຽມເສັງເຂົ້າຮຽນ ມຊ ໃນສົກສຶກສາຕໍ່ໄປ ໃຫ້ເຂົ້າໃຈວ່າ ທຸກສາຂາວິຊາ ທີ່ນອນຢູ່ໃນແຕ່ລະຄະນະວິຊາ ຂອງ ມຊ ແມ່ນມີຄວາມສໍາຄັນເທົ່າທຽມກັນ, ຮຽນຈົບທຸກສາຂາວິຊາ ແມ່ນລ້ວນແຕ່ມີຄວາມສໍາຄັນໃນການປະກອບອາຊີບ ເພື່ອພັດທະນາຕົນເອງ, ສັງຄົມ ແລະປະເທດຊາດ; ສະນັ້ນ, ຈຶ່ງບໍ່ຄວນໄປນິຍົມ ຫຼື ສະໝັກເສັງແຕ່ສາຂາວິຊາທີ່ຕົນເອງມັກ ຫຼືແລ່ນນໍາກະແສຄວາມນິຍົມຂອງສັງຄົມ, ຄວນເບິ່ງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນອະນາຄົດເປັນສໍາຄັນ ແລະສໍາລັບລູກຫຼານທີ່ມາເສັງມື້ນີ້, ຈົ່ງເອົາໃຈໃສ່ຕໍ່ການສອບເສັງໃຫ້ໄດ້ຮັບຜົນດີ ແລະໄດ້ຮັບຜົນສໍາເລັດ.

ພາບບັນຍາກາດ