Select your language

     ໃນວັນທີ 19 ສິງຫາ 2022 ນີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສາຂາຄູພາສາຈີນ ປະຈໍາສົກສຶກສາ 2022-2023 ຂຶ້ນທີ່ສະຖາບັນຂອງຕົນ. ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ມີທ່ານ ສຈ. ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີຜູ້ອໍນວຍການສະຖາບັນຂົງຈືຝ່າຍລາວ ແລະຝ່າຍຈີນ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າຈາກກົມສ້າງຄູກະຊວງສຶກສາທິການ ແລະກີລາ, ມີບັນດາຄະນະກໍາມະການ ແລະພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.

 

            ໃນໂອກາດດັ່ງກ່າວ ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບການສອບເສັງຄັ້ງນີ້ວ່າ:  ສະຖາບັນຂົງຈືໄດ້ເລີ່ມປະກາດຮັບສະໝັກໃຫ້ລົງທະບຽນສອບເສັງມາແຕ່ວັນທີ 27 ກໍລະກົດ 2022 ເຖິງວັນທີ 15 ສິງຫາ 2022 ເງື່ອນໄຂຜູ້ສະໝັກແມ່ນຜູ້ທີ່ມີຄວາມຮູ້ພື້ນຖານດ້ານພາສາຈີນມາກ່ອນ. ຜ່ານການຄັດເລືອກຮອບທີ 1 ແມ່ນໄດ້ຜູ້ສະໝັກສອບເສັງຕົວຈິງທັງໝົດຈໍານວນ 292 ຄົນ, ຍິງ189 ຄົນ. ເຊິ່ງໄດ້ຈັດເຂົ້າຫ້ອງສອບເສັງ ຫ້ອງລະ 20 ຄົນ; ໃນນັ້ນມີກໍາມະການຍາມຫ້ອງສອບເສັງ ຫ້ອງລະ 2 ທ່ານ. ສໍາລັບການສອບເສັງແມ່ນ ແບ່ງເປັນສອງພາກຄື: ພາກເຊົ້າ ສອບເສັງ ເປັນພາສາລາວ ໝວດຄວາມຮູ້ທົ່ວໄປເຊັ່ນ ວິຊາ ຄະນິດສາດ, ພູມສາດ, ປະຫວັດສາດ  ແລະພາກບ່າຍ ແມ່ນສອບເສັງວິຊາ ພາສາຈີນ ແລະພາສາອັງກິດ ແລະໃນວັນທີ 22 ສິງຫາ 2022 ຈະມີການສໍາພາດເປັນພາສາຈີນໂດຍອາຈານຈາກຝ່າຍປະເທດຈີນເປັນຜູ້ສໍາພາດໂດຍກົງ.

            ທ່ານໃຫ້ຮູ້ອີກວ່າ: ສາເຫດທີ່ມີນັກຮຽນມັດທະຍົມ ມີຄວາມສົນໃຈຢາກຮຽນສາຂາພາຈີນຫຼາຍຂຶ້ນໃນປັດຈຸບັນ ກໍເນື່ອງຈາກວ່າ ສັງຄົມມີຄວາມຮຽກຮ້ອງຕ້ອງການຫຼາຍຂຶ້ນ, ເພາະວ່າໃນປັດຈຸບັນ ສປປ ລາວ ແລະ ສປ ຈີນ ໄດ້ມີການເພີ່ມສາຍພົວພັນຮ່ວມມືກັນຫຼາຍດ້ານໃນທຸກຂົງເຂດວຽກງານ ທັງພາກລັດ, ພາກເອກະຊົນ ແລະບໍລິສັດຫ້າງຮ້ານຕ່າງໆ ລ້ວນແຕ່ຕ້ອງການພະນັກງານທີ່ມີຄວາມຮູ້ດ້ານພາສາຈີນ ເພື່ອມາສື່ສານ ແລະເຮັດວຽກນໍາບັນດາຄູ່ຮ່ວມມືນັ້ນ ໃຫ້ມີຄວາມສະດວກ ແລະເພື່ອໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ດັ່ງນັ້ນ, ຈຶ່ງມີຜູ້ທີ່ສົນໃຈຢາກຮຽນພາສາຈີນຫຼາຍຂຶ້ນໃນປັດຈຸບັນ ແລະທາງສະຖາບັນຂົງຈື ມຊ. ກໍໄດ້ຂະຫຍາຍຫຼັກສູດຫຼາຍຂຶ້ນເຊັ່ນມີການເຝິກອົບຮົມໄລຍະສັ້ນ, ໄລຍະຍາວ ເຊິ່ງໃນແຕ່ລະປີແມ່ນສາມາດຮັບນັກສຶກສາເຂົ້າມາເຝິກອົບຮົມພາສຈີນຈໍານວນ 1500- 2000 ຄົນຕໍ່ປີ.

            ສໍາລັບແຜນການຮັບນັກສຶກສາເຂົ້າຮຽນ ສາຂາຄູພາສາຈີນສົກສຶກສາ 2022-2023 ນີ້ ແມ່ນຮັບຈໍານວນ 90 ຄົນ. ໃນນັ້ນ, ມາທຶນໃນແຜນຂອງແຂວງ 9 ຄົນ ແລະຄັດເລືອກເອົານັກສຶກສາທີ່ມາສອບເສັງຈໍານວນ 81 ຄົນ. ພາຍຫຼັງສອບເສັງແລ້ວ ຄາດວ່າຈະປະກາດຜົນໃນທ້າຍເດືອນ ສິງຫາ 2022 ນີ້ ຜ່ານທາງລະບົບອອນລາຍເຊັ່ນ ເຟດບຸກເພຈ: “ສະຖາບັນຂົງຈື ມຊ”  ແລະຜ່ານທາງກຸ່ມວອດແອັບຂອງນັກສຶກສາທີ່ເຂົ້າມາສອບເສັງຢູ່ສະຖາບັນຂົງຈືໂດຍກົງ.

ພາບບບັນຍາກາດ