Select your language

ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບ ອະດີດນັກສຶກສານາຍຮ້ອຍຕຳຫຼວດ ໂຮງຮຽນ 12-75 ສສ ຫວຽດນາມ ແລະບໍລິສັດ ອຸດົມຊັບຈະເລີນ ກໍ່ສ້າງ ຈຳກັດ ໄດ້ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ເພື່ອເປັນການສະເຫຼີມ-ສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຄຸລາ 1994-2022) ໃນວັນທີ 5 ຕຸລາ 2022 ທີ່ສະໜາມກິລາເປຕັງແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ພົຕ ບຸນມີ ແສງຄຳຢອງ ພະນັກງານບຳນານ ຕາງໜ້ານັກສຶກສານາຍຮ້ອຍຕຳຫຼວດ ໂຮງຮຽນ 12-75 ສສ ຫວຽດນາມ, ທ່ານ ຄອນພະຈັນ ໄຊຍະສຸກ ປະທານບໍລິສັດ ອຸດົມຊັບຈະເລີນ ກໍ່ສ້າງ ຈຳກັດ, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ, ອະດີດນັກສຶກສາ ແລະແຂກທີຮັບເຊີນ ເຂົ້າຮ່ວມ.

ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ໄດ້ກ່າວວ່າ: ການສ້າງຂະບວນການແຂ່ງຂັນກິລາເປຕັງໃນຄັ້ງນີ້ ເພືອເປັນການສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ ແລະຊົມເຊີຍວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ, ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານຄູ-ອາຈານ ແລະອະດີດນັກສຶກສານາຍຮ້ອຍຕຳຫຼວດ ໂຮງຮຽນ 12-75 ສສ ຫວຽດນາມ ແລະບັນດາບໍລິສັດຫ້າງຮ້ານ ອ້ອມຂ້າງ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດນີ້, ພົຕ ບຸນມີ ແສງຄຳຢອງ ກ່າວວ່າ: ການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້, ນອກຈາກຈະເປັນການສະເຫຼີມ-ສະຫຼອງວັນສຳຄັນດັ່ງກ່າວແລ້ວ ຍັງເປັນການເຕົ້າໂຮມຄວາມສາມັກຄີ ອີກທັງເປັນການສ້າງຂະບວນການກິລາເພື່ອຮັກສາສຸຂະພາບ ແລະເສີມສ້າງໃຫ້ມີສຸຂະພາບແຂງແຮງຕ້ານພະຍາດຕ່າງໆ. ພ້ອມນີ້ທ່ານຍັງໄດ້ຕາງໜ້ານັກສຶກສານາຍຮ້ອຍຕຳຫຼວດ ໂຮງຮຽນ 12-75 ສສ ຫວຽດນາມ ຂໍສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໃຫ້ການນຳພັກ-ລັດທຸກທ່ານຂໍໃຫ້ສືບຕໍ່ຊີ້ນຳ-ນຳພາປະເທດຊາດ ໂດຍສະເພາະຂົງເຂດການສຶກສາ ກໍຄືມະຫາວິທະຍາໄລແຫ່ງຊາດ ໃຫ້ເຕີບໃຫຍ່ຂະຍາຍຕົວຍິ່ງຂຶ້ນ ສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໃຫ້ ບັນດາຄູ-ອາຈານທຸກຂະແໜງການ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນສືບຕໍ່ນໍາພາສ້າງບຸກຄະລາກອນໃຫ້ມີຄວາມກ້າວໜ້າທຽບທັນກັບພາກພື້ນ ແລະ ສາກົນ.

ສໍາລັບການແຂ່ງຂັນໃນຄັ້ງນີ້ ໄດ້ແບ່ງອອກເປັນ 26 ທີມ ເຊິ່ງຕະຫຼອດການແຂ່ງຂັນ ແມ່ນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະມິດຕະພາບທີ່ດີ. ຜົນການແຂ່ງຂັນລາງວັນຊະນະເລີດແມ່ນ ທີມອະທິການບໍດີ ມຊ, ຮອງຊະນະເລີດອັນດັບໜຶ່ງ ທີມ ຄະນະວິທະຍາສາດການກິລາ-ກາຍະກຳ, ຮອງຊະນະເລີດອັນດັບສອງ ທີມຄະນະອັກສອນສາດ, ຮອງຊະນະເລີດອັນດັບສາມ ທີມອະດີດນັກສຶກສານາຍຮ້ອຍຕຳຫຼວດ ໂຮງຮຽນ 12-75 ສສ ຫວຽດນາມ ໂດຍແຕ່ລະທີມແມ່ນໄດ້ຮັບຂັນລາງວັນທີມລະໜຶ່ງໜ່ວຍ.

ພ້ອມດຽວກັນນີ້ຈຳນວນໃນ 22 ທີມທີ່ເຂົ້າຮ່ວມແຂ່ງຂັນ ຍັງໄດ້ຮັບຂັນລາງວັນຊົມເຊີຍ ທີມລະໜຶ່ງໜ່ວຍ; ພ້ອມທັງຍັງໄດ້ມອບຂັນທີ່ລະນຶກໃຫ້ບໍລິສັດ ອຸດົມຊັບຈະເລີນ ກໍ່ສ້າງ ຈຳກັດ ທີ່ມາເຂົ້າຮ່ວມແຂ່ງຂັນກິລາເປຕັງມິດຕະພາບ ໃນຄັ້ງນີ້.

ຈາກນັ້ນ, ບໍລິສັດ ອຸດົມຊັບຈະເລີນ ກໍ່ສ້າງ ຈຳກັດ ໄດ້ມອບເງີນ ຈໍານວນ 50 ລ້ານກີບ ແລະກຸ່ມບໍລິສັດ ພົງສະຫວັນ ໄດ້ມອບເງິນ ຈໍານວນ 10 ລ້ານ ປະກອບສ່ວນໃຫ້ການສະໜັບສະໜູນຊຸກຍູ້ການສ້າງຂະບວນການເປຕັງຄັ້ງນີ້ ຕາງໜ້າຮັບໂດຍ ທ່ານ ຮສ ປອ ອຸດົມ ພອນຄຳເພັງ.  

ພາບບັນຍາກາດ