Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ກອງທຶນອາເຊັບ (Asia-Europe Foundation: ASEF) ກໍາລັງຈະຈັດເວທີແລກປ່ຽນ The 5th ASEF Young Leaders Summit on Leadership & Society 5.0 ໃນລະຫວ່າງວັນທີ 12 - 16 ກັນຍາ 2023, ປະເທດສະເປນ. ງານດັ່ງກ່າວນີ້ຈະເນັ້ນໜັກການຮ່ວມມືລະຫວ່າງ ອາຊີ ແລະ ເອີຣົບ ໂດຍການແລກປ່ຽນແນວຄວາມຄິດທາງດ້ານວັດທະນະທໍາ, ການສຶກສາ, ເສດຖະກິດ, ການປົກຄອງ, ສື່ສານມວນຊົນ, ສຸຂະອະນາໄມ ແລະ ຄວາມຍືນຍົງ. ນັກສຶກສາຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານດັ່ງກ່າວ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ລົງທະບຽນອອນລາຍໄດ້ທີ່: www.asef.org ຫຼື ສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it..

ໝາຍເຫດ: -  ກໍານົດປິດຮັບການລົງທະບຽນ ວັນທີ 9 ກໍລະກົດ 2023.

                -  ຜູ້ທີ່ຜ່ານການຄັດເລືອກໃຫ້ໄປເຂົ້າຮ່ວມງານຈະໄດ້ຮັບທຶນເປັນ ຄ່າເດີນທາງລະຫວ່າງປະເທດຈໍານວນໜຶ່ງ, ຄ່າທີ່ພັກ ແລະ ຄ່າອາຫານ.