Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລກຸມາໂມໂຕ (Kumamoto University) ຂອງປະເທດຍີ່ປຸ່ນ ຮ່ວມກັບ Universitas Hasanuddin ຂອງປະເທດອິນໂດເນເຊຍ ກໍາລັງຈະຈັດງານ The 18th International Student Conference on Advanced Science and Technology (ICAST 2023); ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 18 – 19 ກັນຍາ 2023, ທີ່ ຄະນະວິສະວະກໍາສາດ, Universitas Hasanuddin, ປະເທດອິນໂດເນເຊຍ. ຈຸດປະສົງຂອງງານແມ່ນເພື່ອເປີດໂອກາດໃຫ້ນັກສຶກສາທີ່ເຂົ້າຮ່ວມ ມີໂອກາດໄດ້ແລກປ່ຽນກ່ຽວກັບ ວຽກງານຄົ້ນຄວ້າວິໄຈ ໃນສາຂາ ວິທະຍາສາດ ແລະ ວິສະວະກໍາສາດ. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານດັ່ງກ່າວ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ລົງທະບຽນໄດ້ທີ່: https://www.fast.kumamoto-u.ac.jp/gsst_common/icast/callforpapers.html .