Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສູນເຄືອຂ່າຍຂໍ້ມູນຂ່າວສານແມ່ຍິງອາຊີ- ປາຊີຟິກ, ມະຫາວິທະຍາໄລສະຕີຊຸກມຽງ (Asia Pacific Women’s Information Network Center: APWINC of Sookmyung Women’s University) ສ. ເກົາຫຼີ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ຈະຈັດຝຶກອົບຮົມ ພາຍໃຕ້ໂຄງການ “2023 UNESCO-UNITWIN Digital and Leadership Local Training” ໃຫ້ແກ່ນັກສຶກສາຍິງ ມຊ ພາຍໃຕ້ຫົວຂໍ້: “Women’s Empowerment through ICT Skills and Leadership Education” ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 21 - 25 ສິງຫາ 2023 ທີ່ ຫ້ອງປະຊຸມ ສະໂມສອນ ມຊ ຊັ້ນ 2 (ວິທະຍາເຂດດົງໂດກ). ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ນັກສຶກສາຍິງ ມຊ ມີຄວາມຮູ້-ຄວາມເຂົ້າໃຈ ດ້ານໄອທີ/ດິຈິຕ້ອນ ແລະ ດ້ານຄວາມເປັນຜູ້ນຳ ຫຼາຍຍິ່ງຂຶ້ນ.

ເງື່ອນໄຂຜູ້ສະໝັກ:

  •       ຕ້ອງເປັນນັກສຶກສາເພດຍິງ ສັນຊາດລາວ ທຸກຊັ້ນປີຮຽນ.
  •       ນັກສຶກສາຕ້ອງມີຄວາມສາມາດສື່ສານພາສາອັງກິດໄດ້ໃນລະດັບກາງຂຶ້ນໄປ.
  •       ບໍ່ເຄີຍເຂົ້າຮ່ວມການຝຶກອົບຮົມພາຍໃຕ້ໂຄງການ “UNESCO-UNITWIN Training” ທີ່ ມຊ ຈັດມາກ່ອນ.
  •       ຕ້ອງສາມາດເຂົ້າຮ່ວມການຝຶກອົບຮົມໃນໄລຍະເວລາທີ່ກຳນົດໄວ້ໄດ້ຢ່າງເຄັ່ງຄັດ.
  •       ສາມາດເຮັດວຽກເປັນກຸ່ມ ແລະ ສາມາດນໍາສະເໜີບົດໄດ້.
  •       ຕ້ອງມີຄອມພິວເຕີໂນ໊ດບຸກນໍາໃຊ່ສ່ວນຕົວ.

ວິທິການສະໝັກ

-       ເຂົ້າໄປລົງທະບຽນໃນລິ້ງ: REGISTER ພາຍໃນວັນທີ 3 ສິງຫາ 2023.

-       ເຂົ້າກຸ່ມວັອດແອັບເພື່ອຕິດຕາມຄວາມຄືບໜ້າກ່ຽວກັບງານ ຕາມລິ້ງ: Whatsapp Group for Participants 

-       ສະໝັກກ່ອນ ມີສິດກ່ອນ ເນື່ອງຈາກຮັບຈໍານວນຜູ້ເຂົ້າຮ່ວມຝຶກອົບຮົມໃນຈໍານວນຈໍາກັດ.

ໝາຍເຫດ:

  •    ການຝຶກອົບຮົມດັ່ງກ່າວແມ່ນນໍາໃຊ້ພາສາອັງກິດເປັນຫຼັກ ແລະ ຈະມີຊ່ຽວຊານ ພ້ອມນັກສຶກສາອາສາສະໝັກຈາກ ມະຫາວິທະຍາໄລສະຕີຊຸກມຽງ, ສ. ເກົາຫຼີ ມາບັນຍາຍ ແລະ ຈັດກິດຈະກໍາຮ່ວມກັນ.
  •    ນັກສຶກສາຈະໄດ້ນໍາໃຊ້ອິນເຕີເນັດສ່ວນຕົວໃນເວລາຝຶກອົບຮົມໃນບາງຄັ້ງຄາວ.
  •    ນັກສຶກສາຈະຖືກຍົກເວັ້ນຄ່າລົງທະບຽນ, ຄ່າປຶ້ມແບບຮຽນ ແລະ ຄ່າອາຫານທ່ຽງ-ອາຫານວ່າງໃນໄລຍະທີ່ເຂົ້າຮ່ວມຝຶກອົບຮົມ. 
  •    ມະຫາວິທະຍາໄລສະຕີຊຸກມຽງ ແລະ ມະຫາວິທະຍາໄລແຫ່ງຊາດ ຈະມອບຂອງຂວັນ (Gift Set) ແລະ ໃບຢັ້ງຢືນສຳເລັດການເຂົ້າຮ່ວມຝຶກອົບຮົມໃຫ້ນັກສຶກສາທຸກຄົນທີ່ສຳເລັດການເຂົ້າຮ່ວມຝຶກອົບຮົມ.
  •    ໃນໄລຍະຂອງການຝຶກອົບຮົມ ຈະມີການແຂ່ງຂັນການນໍາສະເໜີບົດພາຍໃຕ້ຫົວຂໍ້ຂອງງານ, ທີມທີ່ຊະນະເລີດ ຈະໄດ້ຮັບທຶນການສຶກສາໄປຝຶກອົບຮົມ ທີ່ ມະຫາວິທະຍາໄລສະຕີຊຸກມຽງ, ສ.ເກົາຫຼີ ໄລຍະ 1 ອາທິດ ໃນເດືອນ ພະຈິກ 2023.
  •    ສໍາລັບການແຂ່ງຂັນການນໍາສະເໜີບົດ, ນັກສຶກສາ ສາມາດຈັດກຸ່ມກັນເອງໄດ້ ຫຼື ໃຫ້ຄະນະຮັບຜິດຊອບຈັດຝຶກອົບຮົມຊ່ວຍຈັດໃຫ້ກໍໄດ້ (ກຸ່ມລະ 4 ຄົນ).

ຜູ້ປະສານງານພາຍໃນ: ນ. ວຽງສະຫວັນ ວົງກະເສີມ, ວິຊາການ ຫ້ອງການພົວພັນຕ່າງປະເທດ ມຊ, ເບີໂທຕິດຕໍ່: 020 54483131, ອິເມວ: This email address is being protected from spambots. You need JavaScript enabled to view it.