Select your language

ອະທິການບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຂໍ​ແຈ້ງມາຍັງນັກສຶກສາ ເພື່ອສະໝັກເຂົ້າຮ່ວມການແຂ່ງຂັນນໍາສະເໜີແຜນພັດທະນາແບບຍືນຍົງສໍາລັບຊາວໜຸ່ມນັກສຶກສາອາຊຽນ, ເຊິ່ງ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈັດຮ່ວມກັບ ອົງກອນເຄືອຂ່າຍຊາວໜຸ່ມໂອເອັດສ໌ຈີ (OSG Youth Alliance), ປະເທດສິງກະໂປ. ການແຂ່ງຂັນຈະຈັດຂຶ້ນທີ່ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ແລະ ແບ່ງອອກເປັນ 2 ຮອບ ຄື: ຮອບທີ 1 ຄະນະກໍາມະການຈະຄັດເລືອກວິດີໂອ ແລະ ແຜນງານຂອງທີມນັກສຶກສາ ໃນວັນທີ 02 ຕຸລາ 2023 ເພື່ອເລືອກເອົາ 10 ທີມ ແລະ ຮອບທີ 2 ຈະຈັດຂື້ນໃນວັນທີ 06 ຕຸລາ 2023 ຄັດເລືອກເອົາ 3 ທີມ (15 ຄົນ) ເພື່ອເປັນຕົວແທນນັກສຶກສາລາວໄປເຂົ້າຮ່ວມການແຂ່ງຂັນລະດັບອາຊຽນ (1st Annual ASEAN-China-India: ACI – Youth Leadership Summit 2023) ທີ່ ປະເທດສິງກະໂປ ໃນລະຫວ່າງວັນທີ 29 ຕຸລາ - 3 ພະຈິກ 2023, ໂດຍທີ່ ອົງກອນເຄືອຂ່າຍຊາວໜຸ່ມໂອເອັດສ໌ຈີ ຈະເປັນຝ່າຍຮັບຜິດຊອບຄ່າໃຊ້ຈ່າຍໃນການເດີນທາງໄປ-ກັບ, ຄ່າກິນຢູ່-ພັກເຊົາ ສໍາລັບນັກສຶກສາລາວທີ່ເຂົ້າຮ່ວມທັງໝົດ.

ເງື່ອນໄຂສະໝັກເຂົ້າຮ່ວມ:

-       ອາຍຸລະຫວ່າງ 18-26 ປີ ແລະ ມີຜົນການຮຽນດີ (ເກຼດສະເລ່ຍ 2.5 ຂື້ນໄປ),

-       ມີຄວາມສາມາດດ້ານພາສາອັງກິດໃນລະດັບສູງ, ໂດຍສະເພາະທັກສະການເວົ້າ ແລະ ການຟັງ,

-       ມີທັກສະທາງສັງຄົມໃນລະດັບສູງ ເຊັ່ນ: ການສື່ສານ, ການບໍລິຫານເວລາ, ການເຮັດວຽກເປັນທີມ, ແລະ ການແກ້ໄຂບັນຫາ,

-          ມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ໂດຍສະເພາະ ເປົ້າໝາຍທີ 11 ແລະ 12,

-       ມີໜັງສືເດີນທາງ (ຍັງບໍ່ທັນໝົດອາຍຸພາຍໃນ 06 ເດືອນ), ແລະ

-       ມີສຸຂະພາບແຂງແຮງດີ ທາງດ້ານຮ່າງກາຍ ແລະ ຈິດໃຈ. 

ຂັ້ນຕອນການສະໝັກເຂົ້າຮ່ວມ:

ຂັ້ນຕອນການສະໝັກເຂົ້າຮ່ວມ:

  1. ນັກສຶກສາຈັບກຸ່ມ 5 ຄົນ ເພື່ອສະໝັກເປັນທີມ (ຮັບສະໝັກເປັນກຸ່ມເທົ່ານັ້ນ) ແລະ ສະມາຊິກທຸກຄົນພາຍໃນກຸ່ມ ຕ້ອງເປັນນັກສຶກສາສັງກັດມະຫາວິທະຍາໄລດຽວກັນ ແລະ ຕ້ອງລົງທະບຽນພາຍໃນ ວັນທີ 28 ກັນຍາ 2023.
  1. ສະມາຊິກໃນທີມຕ້ອງລົງທະບຽນຮຽນອອນລາຍ 5 ວິຊາດັ່ງລຸ່ມນີ້ ແລະ ຕ້ອງຜ່ານການປະເມີນລາຍວິຊາຕໍ່າສຸດ 80% ຈຶ່ງມີສິດສະໝັກເຂົ້າຮ່ວມການແຂ່ງຂັນໄດ້.  
    1. Cities and the challenge of sustainable development
    2. Transforming our world: Achieving the Sustainable Development Goals
    3. Design thinking methodologies
    4. Working effectively on a team
    5. Presentation skills
  2. ນັກສຶສາສາມາດເຂົ້າເບິ່ງລາຍລະອຽດກ່ຽວກັບ ຫົວຂໍ້ເປົ້າໝາຍທີ່ກໍານົດໃຫ້ (ເອກະສານທີ 1 - masterclasses problem statements), ການລົງທະບຽນເຂົ້າຮຽນ 5 ວິຊາ, ແລະ ຮ່າງບົດນໍາສະເໜີໄດ້ທີ່: https://drive.google.com/drive/folders/1dDt8bI8KRpzhex0CKADFUcHST3vX1wJ8?usp=sharing
  3. ແຕ່ລະທີມເລືອກຫົວຂໍ້ໃດໜຶ່ງທີ່ກໍານົດໃຫ້ກ່ຽວກັບ ການພັດນາແບບຍືນຍົງເປົ້າໝາຍທີ 11 ຫຼື 12, ສ້າງວິດີໂອ (ຍາວບໍ່ເກີນ 5 ນາທີ) ກ່ຽວກັບບັນຫາທີ່ຍົກຂຶ້ນມາ ແລະ ຂຽນແຜນສະເໜີເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ.
  • ເປົ້າໝາຍ 11 - ສ້າງຕົວເມືອງ ແລະ ທີ່ພັກອາໄສໃຫ້ທົ່ວເຖິງ, ປອດໄພ ແລະ ໝັ້ນຄົງທົນທານ
  • ເປົ້າໝາຍ 12 - ຮັບປະກັນຮູບແບບອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ
  1. ກໍານົດສົ່ງວິດີໂອ ແລະ ແຜນສະເໜີໂຄງການແກ້ໄຂ້ບັນຫາທີ່ທ່ານເລື່ອກ ໃຫ້ຄະນະຮັບຜິດຊອບ ຜ່ານທາງເມວ: This email address is being protected from spambots. You need JavaScript enabled to view it. ພາຍໃນວັນທີ 30 ກັນຍາ 2023.
  2. ທີມນັກສຶກສາທີ່ຜ່ານເຂົ້າຮອບທີ 1 ຈະໄດ້ມານໍາສະເໜີແຜນໂຄງການຂອງຕົນແບບເຊິ່ງໜ້າ ຫຼື ອອນລາຍ (ສໍາລັບຜູ້ສະໝັກຢູ່ຕ່າງແຂວງ) ໃນວັນທີ 6 ຕຸລາ 2023 (ວາລະການນໍາສະເໜີຈະແຈ້ງໃຫ້ຊາບພາຍຫຼັງ).

ຂໍ້ມູນເພີ່ມເຕີມປະສານ:

  1. ປອ. ສຸບິນ ສີສະຫວັດ, ຫ້ອງການພົວພັນຕ່າງປະເທດ

020 55713535 (ໃນໂມງລັດຖະການ), This email address is being protected from spambots. You need JavaScript enabled to view it.

  1. ນ. ວຽງສະວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ

020 5448 3131 (ໃນໂມງລັດຖະການ), This email address is being protected from spambots. You need JavaScript enabled to view it.