Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ຫ້ອງການອີຢູ ປະຈໍາ ສປປ ລາວ ຈະຈັດການເຜີຍແຜ່ຂໍ້ມູນ ທຶນການສຶກສາ ແລະ ໂຄງການແລກປ່ຽນການສຶກສາຕ່າງໆ ຢູ່ ສະຫະພາບເອີລົບ, ພາຍໃຕ້ການສະໜັບສະໜູນໂດຍ Erasmus+ Programme, ໃນວັນເສົາ ທີ 21 ຕຸລາ 2023 ທີ່ ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ, ໂດຍຈະເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ສຶກສາຂໍ້ມູນ ແລະ ສອບຖາມລາຍລະອຽດກ່ຽວກັບທຶນການສຶກສາຢູ່ ສະຫະພາບເອີລົບ. ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: https://fb.me/e/4zIkZUlBA.