Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລສຸພານຸວົງ ກໍາລັງຈະຈັດກອງປະຊຸມ(ອອນລາຍ) ລະດັບຊາດຂອງ ໂຄງການ “ມາດຕະຖານການປະເມີນ ແລະ ປຽບທຽບຜົນສຳເລັດການຮຽນຮູ້ໃນສະຖານການສຶກສາຊັ້ນສູງໃນອາຊີ” (CALOHEA) ຈັດໂດຍ ມະຫາວິທະຍາໄລສຸພານຸວົງ ຮ່ວມກັບ ບັນດາມະຫາວິທະຍາໄລຕ່າງໆໃນປະເທດສະຫະພາບເອີຣົບ ແລະ ປະເທດອາຊຽນທີ່ເປັນສະມາຊິກຂອງໂຄງການ ແລະ ເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN), ໂດຍຈຸດປະສົງຫຼັກຂອງກອງປະຊຸມແມ່ນ ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມມີໂອກາດໄດ້ຮັບຟັງ ແລະ ສົນທະນາແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການພັດທະນາການສຶກສາຊັ້ນສູງໃນລາວ ແລະ ອາຊຽນ, ຊຶ່ງຈະຈັດຂຶ້ນໃນວັນທີ 31 ຕຸລາ - 1 ພະຈິກ 2023 ເວລາ 8:30 – 16:00 ໂມງ. ຜູ້ທີ່ມີຄວາມສົນໃຈ ສາມາດລົງທະບຽນໄດ້ທີ່: https://forms.gle/PpJZBRsCMM6MnHkf7 ຫຼື ປະສານງານໂດຍກົງຫາ ປທ. ຖາວອນ ປັນມະນີວົງ, ມະຫາວິທະຍາໄລສຸພານຸວົງ, ເບີໂທຕິດຕໍ່: 020 54360999