Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ລັດຖະບານຍີ່ປຸ່ນຈະເຊື້ອເຊີນນັກສຶກສາລາວ ເພື່ອເຂົ້າຮ່ວມໂຄງການແລກປ່ຽນ JENESYS ພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ຟື້ນຟູຈາກໄພພິບັດ (Disaster Prevention and Recovery from Disaster)” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 16 – 23 ມັງກອນ 2024 ທີ່ ປະເທດຍີ່ປຸ່ນ. ຈຸດປະສົງຫຼັກຂອງໂຄງການດັ່ງກ່າວແມ່ນເພື່ອຮັດແໜ້ນສາຍພົວພັນລະຫວ່າງ ຍີ່ປຸ່ນ-ລາວ ແລະ ເພື່ອພັດທະນາຊັບພະຍາກອນມະນຸດທີ່ຈະມີບົດບາດສຳຄັນໃນຫຼາກຫຼາຍຂະແໜງການໃນອະນາຄົດ ຜ່ານການຮຽນຮູ້ກ່ຽວກັບເຕັກໂນໂລຊີຂອງຍີ່ປຸ່ນ ແລະ ບົດຮຽນກ່ຽວກັບການປ້ອງກັນໄພພິບັດ ແລະ ການຟື້ນຟູ. ສຳລັບຜູ້ທີ່ມີຄວາມສົນໃຈສະໝັກ, ສາມາດເຂົ້າເບິ່ງລາຍລະອຽດຕ່າງໆໄດ້ທີ່: https://www.la.emb-japan.go.jp/itpr_ja/11_000001_01032.html ປິດຮັບສະໝັກວັນທີ 27 ພະຈິກ 2023.