Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລຣາຊະພັດບ້ານສົມເດັດເຈົ້າພະຍາ ກຳລັງຈະຈັດໂຄງການແລກປ່ຽນການສຶກສາໄລຍະສັ້ນ The 8th ASEAN Youth Camp ພາຍໃຕ້ຫົວຂໍ້: ‘Equality, Diversity, and Inclusivity for Sustainable Development to Future Prosperity’ ໃນລະຫວ່າງວັນທີ 13 - 20 ມັງກອນ 2024 ທີ່ ມະຫາວິທະຍາໄລຣາຊະພັດບ້ານສົມເດັດເຈົ້າພະຍາ (Bansomdejchaopraya Rajabhat University: BSRU), ປະເທດໄທ. ຈຸດປະສົງຫຼັກຂອງງານແມ່ນເພື່ອເຜີຍແຜ່ພາສາ ແລະ ວັດທະນະທໍາໄທ ແລະ ເປີດໂອກາດໃຫ້ຕົວແທນຈາກບັນດາປະເທດອາຊຽນ+3 ທີ່ເຂົ້າຮ່ວມໄດ້ແລກປ່ຽນພາສາ ແລະ ວັດທະນະທໍາ ຮ່ວມກັນອີກດ້ວຍ.

ເງື່ອນໄຂຜູ້ສະໝັກ: 

- ຕ້ອງເປັນນັກສຶກສາ ປີ 2 ຂຶ້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂຶ້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີຄວາມຫ້າວຫັນໃນການເຂົ້າຮ່ວມແຕ່ລະກິດຈະກໍາຂອງງານ, ມີຄວາມສາມາດໃນການນໍາສະເໜີບົດ ແລະ ເຮັດວຽກເປັນກຸ່ມໄດ້.
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
- ສຸຂະພາບແຂງແຮງດີ.
- ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າເດີນທາງໄປ-ກັບດ້ວຍຕົນເອງ.
- ສາມາດຮັບຜິດຊອບຄ່າໃຊ້ຈ່າຍໃນການກະກຽມເຄື່ອງທີ່ລະນຶກໄປມອບຢູ່ພາຍໃນງານ ແລະ ຮ່ວມກະກຽມ Booth ທີ່ຈະໄປວາງສະແດງພາຍໃນງານ (ມີບາງວາລະທີ່ຈະຕ້ອງໄດ້ມີການວາງສະແດງສິ່ງຂອງທີ່ສື່ເຖິງ- ວັດທະນະທຳ ແລະ ຄວາມເປັນລາວ).


ຂັ້ນຕອນການສະໝັກ:

1. ລົງທະບຽນ: https://forms.gle/4xWaMqnRAWnvXyJv5     
2. ດາວໂຫຼດແບບຟອມສະໝັກ: Application Form   
3. ສົ່ງແບບຟອມສະໝັກເຂົ້າຫາອິເມວ This email address is being protected from spambots. You need JavaScript enabled to view it. ບໍ່ໃຫ້ກາຍວັນທີ 4 ທັນວາ 2023 ເວລາ 23:00 ໂມງ.
4. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແມ່ນໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໄດ້ ໃນວັນທີ 5 ທັນວາ 2023 ເວລາ 14:00 ໂມງ ທີ່ ຫ້ອງປະຊຸມ ຊັ້ນ3 ສໍານັກງານອະທິການບໍດີ ມຊ.

5. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ມະຫາວິທະຍາໄລຣາຊະພັດບ້ານສົມເດັດເຈົ້າພະຍາ ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.


ໝາຍເຫດ: ນັກສຶກສາທີ່ຜ່ານການຄັດເລືອກໃຫ້ໄປເຂົ້າຮ່ວມງານ, ມະຫາວິທະຍາໄລຣາຊະພັດບ້ານສົມເດັດເຈົ້າພະຍາ ຈະຮັບຜິດຊອບການກິນຢູ່-ພັກເຊົາ, ການເດີນທາງພາຍໃນ ແລະ ຄ່າເຂົ້າຮ່ວມກິດຈະກໍາພາຍນອກ ຫຼື ທັດສະນະສຶກສາຕ່າງໆ.

ສອບຖາມຂໍ້ມູນເພີ່ມເຕີມ: ສົ່ງອິເມວຫາ ຫ້ອງການພົວພັນຕ່າງປະເທດ, ມຊ ໄດ້ໂດຍກົງທີ່: This email address is being protected from spambots. You need JavaScript enabled to view it.