Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຂໍແຈ້ງມາຍັງນັກສຶກສາ(ເພດຍິງ)ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມຊ, ສູນຝຶກສີມືແຮງງານສຸກໃຈ ຈໍາກັດຜູ້ດຽວ ແລະ ສະມາຄົມຜູ້ປະກອບການປະເທດຍີ່ປຸ່ນ Asia Able Persons Bank ໄດ້ຮ່ວມມືກັນສ້າງໂຄງການຝຶກງານຕ່າງປະເທດ (Internship Program Abroad) ເພື່ອໃຫ້ນັກສຶກສາ ມຊ ໄດ້ໄປຝຶກງານໃນໄລຍະ 06 ເດືອນ (ເດືອນ ເມສາ-ຕຸລາ 2024) ໃນຂະແໜງການຜະລິດ ແລະ ປຸງແຕ່ງອາຫານ (ເສັ້ນໝີ່) ທີ່ ແຂວງຮຽວໂງະ, ປະເທດຍີ່ປຸ່ນ. 

ເງື່ອນໄຂຜູ້ສະໝັກ: 

1.      ຕ້ອງເປັນນັກສຶກສາເພດຍິງ ທີ່ກໍາລັງສຶກສາຢູ່ ຄະນະ ວິທະຍາສາດທໍາມະຊາດ, ວິສະວະກໍາສາດ, ກະເສດສາດ ແລະ ວິທະຍາສາດປ່າໄມ້, ຊັ້ນປີທີ 2 ຫຼື 3 ແລະ ມີຜົນການຮຽນລະດັບເກຼດສະເລ່ຍ 2.50 ຂື້ນໄປ; 

2.      ຕ້ອງມີໜັງສືຜ່ານແດນ (Passport) ທີ່ບໍ່ທັນໝົດອາຍຸ; 

3.      ມີຄວາມສົນໃຈໄປຝຶກງານ ແລະ ຮຽນຮູ້ກ່ຽວກັບປະເທດຍີ່ປຸ່ນ; 

4.      ມີສຸຂະພາບແຂງແຮງດີທາງດ້ານຮ່າງກາຍ ແລະ ຈິດໃຈ, ແລະ

5.      ສາມາດຮັບຜິດຊອບຄ່າໃຊ້ຈ່າຍກວດສຸຂະພາບ, ວີຊາ, ເອກະສານບັດພັກເຊົາ ແລະ ຝຶກອົບຮົມພາສາຍີ່ປຸ່ນກ່ອນໄປຝຶກງານ. 

ນັກສຶກສາທີ່ມີຄວາມສົນໃຈສະໝັກ ສາມາດລົງທະບຽນໄດ້ທີ່: https://forms.gle/Gxh78cCWXwNR2Dr78 

ການສໍາພາດຄັດເລືອກຈະໄດ້ຈັດຂຶ້ນໃນ ເວລາ 15: 00 ໂມງ, ວັນທີ 16 ກຸມພາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກ ມຊ ຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ສະມາຄົມຜູ້ປະກອບການປະເທດຍີ່ປຸ່ນ Asia Able Persons Bank ແລະ ນັກສຶກສາຈະໄດ້ເຂົ້າຝຶກອົບຮົມພາສາຍີ່ປຸ່ນ ແລະ ທັກສະການເຮັດວຽກ ທີ່ ສູນພັດທະນາສີມືແຮງງານສຸກໃຈ ຈໍາກັດຜູ້ດຽວ ກ່ອນເດີນທາງ. ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນເງິນເດືອນຕະຫຼອດໄລຍະການຝຶກງານ ແລະ ຄ່າປີຍົນເດີນທາງໄປ-ກັບ.

ນັກສຶກສາສາມາດເຂົ້າເບິ່ງລາຍລະອຽດຜ່ານລິ້ງ: https://drive.google.com/drive/folders/1mBEQoOhQrTmFCyZVtGJ2ea8KNfeRjVP8?usp=share_link .